ວັດທະນະທຳ

ຮ່ວມມ່ວນຊື່ນບຸນປີໃໝ່ Chol Chnam Thmay ພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນມິດ

ໃນຊຸມມື້ຕົ້ນເດືອນເມສາ, ທົ່ວປະເທດກໍາປູເຈຍ ຕ້ອນຮັບບຸນປີໃໝ່ Chol Chnam Thmay ຢ່າງຄຶກຄື້ນມ່ວນຊື່ນ. ສໍາລັບພະນັກງານ, ນັກຮົບກອງ K71 ແລະ K73 (ຂຶ້ນກັບກອງບັນຊາການທະຫານແຂວງໄຕນິງ), ນີ້ແມ່ນໂອກາດແບ່ງປັນຄວາມເບີກບານມ່ວນຊື່ນປີໃໝ່, ພ້ອມທັງແມ່ນໂອກາດເພີ່ມພູນຄູນສ້າງອາລົມຈິດ, ນ້ຳໃຈຄວາມຮັກແພງທີ່ຈິງໃຈພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນມິດ ໃນວິວັດການປະຕິບັດໜ້າ ຢູ່ກຳປູເຈຍ.

ຮ່ວມແຮງຮ່ວມໃຈກໍ່ສ້າງວັດຂອງປະເທດເພື່ອນໃຫ້ສວຍງາມ

ຢູ່ວັດ Phnum Chombang (ບ້ານ Olmun, ຕາແສງ Rottanakmondol, ເມືອງ Rottanakmondol, ແຂວງ Battambang), ບັນຍາກາດໃນການຫ້າງຫາກະກຽມຫຼິ້ນບຸນປີໃໝ່ມີຄວາມຄຶກຄື້ນມ່ວນຊື່ນ. ຢູ່ໃນຮົ່ມກ້ອງຕົ້ນໄມ້ໃຫຍ່, ພະນັກງານ, ນັກຮົບກອງ K73 ພ້ອມກັບພະສົງພວມປັດກວາດມ້ຽນມັດຈັດແຈງ, ປະດັບປະດາບໍລິເວນວັດ, ເພື່ອກະກຽມຕ້ອນຮັບປີໃໝ່.

ໂດຍບໍ່ຢ້ານດິນຟ້າອາກາດ, ແດດຮ້ອນແຮງ, ນັກຮົບກອງ K73 ຍັງໄດ້ທຳຄວາມສະອາດ, ປັດກວາດມ້ຽນມັດຈັດແຈງເດີ່ນວັດ, ມ້ຽນເຄື່ອງໃຊ້ທີ່ຢູ່ໃນວັດ, ຕັກນໍ້າມາໃສ່ຖັງ, ໃສ່ຝຸ່ຍໄວ້... ແຕ່ລະວຽກເຖິງວ່ານ້ອຍກໍ່ລ້ວນແຕ່ໄດ້ປະຕິບັດດ້ວຍຄວາມລະມັດລະວັງ ແລະຄວາມຈິງໃຈ.

ກອງ K73, ຂຶ້ນກັບກອງບັນຊາການທະຫານແຂວງໄຕນິງ ມອບຂອງຂວັນອວຍພອນບຸນປີໃໝ່ Chol Chnam Thmay ຢູ່ວັດ Phnum Chombang. ພາບ: qdnd.vn
ທ່ານພັນເອກ ເຈິ່ນຮຸ່ງເກື່ອງ ຫົວໜ້າການເມືອງກອງ K73 ໃຫ້ຮູ້ວ່າ: ໃນໂອກາດຕົ້ນປີໃໝ່, ຊາວທ້ອງຖິ່ນປະເທດເພື່ອນ ລ້ວນແຕ່ມາວັດເພື່ອຂໍພອນ, ອະທິຖານປີໃໝ່ໃຫ້ມີຄວາມສະຫງົບສຸກ, ມີໂຊກມີລາບ. ນີ້ແມ່ນຮີດຄອງປະເພນີທີ່ມີແຕ່ດົນນານແລ້ວ. ສະນັ້ນ, ພວກຂ້າພະເຈົ້າຈຶ່ງກໍານົດວ່າ ພະນັກງານ, ນັກຮົບຢູ່ວັດເຮັດໜ້າທີ່ຕ້ອງເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະຊ່ວຍເຫຼືອວັດວຽກເຮັດທີ່ແທດຈິງ. ນີ້ກໍ່ແມ່ນວິທີເພື່ອສະແດງໃຫ້ເຫັນການເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງປະເທດເພື່ອນ”.

ພ້ອມກັບການຊ່ວຍເຫຼືອວັດ, ກອງ K73 ຍັງໄດ້ຈັດຕັ້ງການຢື້ຢາມຖາມຂ່າວ, ມອບຂອງຂວັນຫຼາຍພູດໃຫ້ວັດ ແລະປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ຜ່ານນັ້ນ, ປາດຖະໜາຢາກໃຫ້ຄອບຄົວທີ່ທຸກຍາກນັ້ນໄດ້ຕ້ອນຮັບບຸນປີໃໝ່ທີ່ອົບອຸ່ນ, ພຽງພໍກວ່າ. ຂອງຂວັນແຕ່ລະພູດເຖິງວ່າມູນຄ່າບໍ່ຫຼາຍ, ແຕ່ກໍ່ເຕັມໄປດ້ວຍອາລົມຈິດ, ນ້ຳໃຈຄວາມຮັກແພງທີ່ເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈຂອງທະຫານລຸງໂຮ່ ທີ່ມີຕໍ່ກັບປະຊາຊົນປະເທດເພື່ອນກຳປູເຈຍ.

ນາຍສິບ ຟ້າມວັນແຢງ, ນັກຮົບສັງກັດກອງ K73 ແບ່ງປັນວ່າ: “ເຮັດວຽກພ້ອມກັບພະສົງ, ພໍ່ແມ່ປະຊາຊົນຮັກແພງ, ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ຮູ້ສຶກຄືວ່າ ຕົນເອງກຳລັງຊ່ວຍເຫຼືອຍາດຕິພີ່ນ້ອງຂອງຕົນ. ຮອຍຍິ້ມທີ່ເປັນມິດຂອງພໍ່ແມ່ປະຊາຊົນທ້ອງຖິ່ນແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງເພືື່ອໃຫ້ພວກຂ້າພະເຈົ້າປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ".

ພະນັກງານ, ນັກຮົບກອງ K71 ຫຼີ້ນດຶງເຊືອກພ້ອມກັບກອງກົມເພື່ອນໃນໂອກາດບຸນປີໃໝ່ Chol Chnam Thmay. ພາບ: qdnd.vn
“ທຳນອງ” ເພງແຫ່ງນ້ຳໃຈມິດຕະພາບໃນຄ້າຍທະຫານ

ໃນການປະຕິບັດງານຄັ້ງນີ້, ກອງ K71 ໄດ້ຈັດບ່ອນກິນ, ບ່ອນຢູ່, ບ່ອນດຳເນີນຊີວິດຢູ່ໃນບໍລິເວນຄ້າຍທະຫານຂອງບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງ Oddar Meanchay ແລະBanteay Meanchey. ດັ່ງນັ້ນ, ໃນຊຸມວັນບຸນປີໃໝ່ Chol Chnam Thmay ຢູ່ປະເທດເພື່ອນຈຶ່ງມີຄວາມໃກ້ຊິດສະໜິດສະໜົມ, ອົບອຸ່ນຍິ່ງກວ່າເວລາໃດໝົດ. ເມື່ອຕາເວັນຄ່ຳຄ້ອຍ, ພາຍຫຼັງປະຕິບັດໜ້າທີ່ໄດ້ມື້ໜຶ່ງ, ພະນັກງານ, ນັກຮົບກອງ K71 ໄດ້ກັບຄືນຄ້າຍທະຫານ, ພ້ອມກັບທະຫານປະເທດເພື່ອນເຕົ້າໂຮມກັນຫຼິ້ນປີໃໝ່ໃນທ່າມກາງບັນຍາກາດທີ່ສະໜິດສະໜົມ, ເປີດອົກເປີດໃຈ.

ຢູ່ກາງເດີ່ນຄ້າຍທະຫານ, ສຽງດົນຕີດັງຂຶ້ນຢ່າງເບີກບານມ່ວນຊື່ນ. ພະນັກງານ, ນັກຮົບສອງປະເທດໄດ້ພ້ອມກັນຟ້ອນ Apsara. ບັນດາສາຍຕາ, ຮອຍຍິ້ມ ແລະອາລົມຈິດລະຫວ່າງນັກຮົບເບິ່ງຄືວ່າຍິ່ງໃກ້ຊິດຕິດແທດກັນຫຼາຍຂຶ້ນ.

ກໍ່ໃນທ່າມກາງບັນຍາກາດທີ່ອົບອຸ່ນນັ້ນ, ບົດເພງກ່ຽວກັບນັກຮົບ, ກ່ຽວກັບຄວາມສາມັກຄີຫວຽດນາມ-ກໍາປູເຈຍ ໄດ້ດັງຂຶ້ນຢ່າງແຮງ.

ພະນັກງານ, ນັກຮົບກອງ K71 ແລະພະນັກງານ, ນັກຮົບກົມກອງເພື່ອນພ້ອມກັນຟ້ອນ Apsara. ພາບ: qdnd.vn
ນາຍສິບ ເລມິງດຶກ, ນັກຮົບກອງ K71 ແບ່ງປັນວ່າ: “ເປັນຄັ້ງທໍາອິດທີ່ໄດ້ພ້ອມກັບພວກເພື່ອນກໍາປູເຈຍ ຈັບມືຟ້ອນເພງພື້ນເມືອງຂອງຊາວຂະແມ, ຂ້າພະເຈົ້າຮູ້ສຶກສະເທື່ອນໃຈຫຼາຍ. ເຖິງວ່າພາສາຕ່າງກັນ, ແຕ່ພວກຂ້າພະເຈົ້າຍັງເຂົ້າໃຈກັນຜ່ານການຈັບມື, ຮ້ອຍຍິ້ມ. ນັ້ນແມ່ນອານຸສອນທີ່ດີງາມໃນຊີວິດທະຫານຂອງຂ້າພະເຈົ້າ”.

ບໍ່ພຽງແຕ່ມີສິລະປະ, ເກມຫຼິ້ນພື້ນເມືອງຄື ດຶງເຊືອກ, ແລ່ນກະສອບ... ກໍ່ດຶງດູດພະນັກງານ, ນັກຮົບສອງຝ່າຍເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ສຽງຫົວເລາະ, ສຽງໂຫ່ຮ້ອງດັງກ້ອງໄປທົ່ວບໍລິເວນໄດ້ລົບລ້າງໄລຍະຫ່າງ, ສ້າງຄວາມປະທັບໃຈທີ່ເລິກເຊິ່ງ, ເຂັ້ມຂຸ້ນກ່ຽວກັບຄວາມຜູກພັນ, ໃກ້ຊິດສະໜິດສະໜົມ.

ທ່ານພັນໂທ ຫງວຽນຮວ່າຍແທງ, ຫົວໜ້າການເມືອງກອງ K71 ແບ່ງປັນວ່າ: “ຢູ່ໄກຈາກປະເທດ, ແຕ່ພວກຂ້າພະເຈົ້າຮູ້ສຶກອົບອຸ່ນ, ບໍ່ໄດ້ຢູ່ໂດດດ່ຽວ, ເຊິ່ງຍາມໃດກໍ່ໄດ້ຮ່ວມເດີນທາງພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນ. ພວກຂ້າພະເຈົ້າຮູ້ສຶກເຖິງອາລົມຈິດ, ນ້ຳໃຈຄວາມຮັກແພງຢ່າງຈະແຈ້ງຂອງເພື່ອນມິດທີ່ສະໜິດສະໜົມ, ເປັນການຕໍ່ກໍາລັງແຮງ ເພື່ອໃຫ້ພະນັກງານ, ນັກຮົບປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.”

ບັນດາການເຄື່ອນໄຫວທີ່ລຽບງ່າຍແຕ່ຈິງໃຈຂອງພະນັກງານ, ນັກຮົບກອງ K71 ແລະ K73 ໃນໂອກາດບຸນປີໃໝ່ Chol Chnam Thmay  ໄດ້ປະກອບສ່ວນນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ທະຫານ ແລະປະຊາຊົນປະເທດເພື່ອນ. ພ້ອມດຽວກັນນັ້ນພາບພົດຂອງທະຫານກອງ K71, K73 ຍິ່ງມີຄວາມສວຍງາມຂຶ້ນກວ່າເກົ່າໃນ “ພາລະກໍາ” ເຊື່ອມຕໍ່ຫົວໃຈ, ຮັກສາ ແລະພັດທະນານໍ້າໃຈມິດຕະພາບອັນໝັ້ນແກ່ນລະຫວ່າງສອງຊາດ.


top