ຂ່າວສານ

ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານກ່ຽວກັບການສະໜອງວັກຊິນຢູ່ ຫວຽດນາມ

ກຸ່ມບໍລິສັດການຢາ GSK ໄດ້ຈັດຕັ້ງພິທີເປີດຕົວບໍລິສັດ GSK ຫວຽດນາມ, ສ້າງຂີດໝາຍໃນການມີໜ້າຢ່າງເປັນທາງການ ແລະ ຄຳໝັ້ນສັນຍາຈະລົງທຶນຍາວນານຢູ່ ຫວຽດນາມ.
  ພິທີ ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ກ່ຽວກັບການສະໜອງວັກຊິນ               (ພາບ: dantri.com.vn)  

 ວັນທີ 11 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ກຸ່ມບໍລິສັດການຢາແຖວໜ້າໂລກ GlaxoSmithKline – GSK (ແບນຊິກ) ແລະ ລະບົບສູນສັກວັກຊິນ VNVC ໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ກ່ຽວກັບການສະໜອງວັກຊິນ, ເປີດກວ້າງກາລະໂອກາດເພື່ອໃຫ້ VNVC ນຳວັກຊິນຊະນິດໃໝ່, ວັກຊິນຫາຍາກມາສັກໃຫ້ປະຊາຊົນ ຫວຽດນາມຊ່ວຍກັນພະຍາດຕິດແປດ, ຫຼີກລ້ຽງຄວາມສ່ຽງເກີດໂລກລະບາດຊ້ອມກັນ.

ແລະກໍ່ໃນເຫດການນີ້, ກຸ່ມບໍລິສັດການຢາ GSK ໄດ້ຈັດຕັ້ງພິທີເປີດຕົວບໍລິສັດ GSK ຫວຽດນາມ, ສ້າງຂີດໝາຍໃນການມີໜ້າຢ່າງເປັນທາງການ ແລະ ຄຳໝັ້ນສັນຍາຈະລົງທຶນຍາວນານຢູ່ ຫວຽດນາມ.


top