ຂ່າວສານ

ຮ່ວມມືກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

      ກອງປະຊຸມຜູ້ບັນຊາການຕໍາຫຼວດຂອງບັນດາປະເທດ ອາຊຽນ ຄັ້ງທີ 39 (ASEANAPOL 39) ດ້ວຍຫົວຂໍ້ວ່າ ຄູ່ຮ່ວມມືສະຫງ່າອົງອາດ, ເປັນເອກະພາບແບບຍືນຍົງຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ກັນຍາ. 
     ກອງປະຊຸມເພື່ອແນໃສ່ເປົ້າໝາຍສືບຕໍ່ຮ່ວມມືກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາປະເພດຕ່າງໆ ຢູ່ພາກພື້ນຄື: ຊື້ຂາຍຢາເສບຕິດຜິດກົດໝາຍ; ການກໍ່ການຮ້າຍ; ຄ້າຂາຍອາວຸດເຖື່ອນ; ການຄ້າມະນຸດ; ອາດຊະຍາກໍານໍາໃຊ້ເຕັກໂນໂລຢີສູງ... ເຂົ້າຮ່ວມກອງປະຊຸມມີຜູ້ແທນເກືອບ 300 ທ່ານ ມາຈາກບັນດາປະເທດ ອາຊຽນ ແລະ ຜູ້ແທນ 10 ປະເທດຄູ່ຮ່ວມມືຂອງອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ທ່ານລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ໂຕເລິມ ກ່າວຄໍາເຫັນທີ່ພິທີໄຂ (ພາບ: TTXVN)
      ກ່າວຄໍາເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ໂຕເລິມ ຊີ້ແຈ້ງວ່າ ໄປຄຽງຄູ່ກັບຄວາມສະດວກ ແລ້ວ, ພາກພື້ນ ອາຊຽນ ກໍ່ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນນັ້ນ ມີບັນຫາຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ. ການຜັນແປຂອງອາດຊະຍາກໍາຂ້າມຊາດໃນພາກພື້ນເວົ້າລວມ ແລະ ຢູ່ແຕ່ລະປະເທດສະມາຊິກ ເວົ້າສະເພາະ ຍັງມີຄວາມສັບສົນທີ່ສຸດ ແລະ ມີຫຼາຍປັດໄຈຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໃນສະພາບການນັ້ນ, ບົດບາດຂອງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດ ອາຊຽນ, ໃນນັ້ນ ມີກໍາລັງຕໍາຫຼວດຂອງບັນດາປະເທດແມ່ນສໍາຄັນທີ່ສຸດ. ທ່ານກ່າວວ່າ:
        ຂ້າພະເຈົ້າສະເໜີວ່າ ຕໍາຫຼວດບັນດາປະເທດຄວນເພີ່ມທະວີການຮ່ວມມືໃນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບອາດຊະຍາກໍາຂ້າມຊາດ; ໜູນຊ່ວຍການຕາມລ່າຈັບຕົວບັນດາເປົ້າໝາຍທີ່ໜີໄປຕ່າງປະເທດ; ປະຕິບັດບັນດາບັ້ນຮົບ, ລາຍການຕໍ່ສູ້ກັນອາດຊະຍາກໍາຂ້າມຊາດປະເພດຕ່າງໆ; ໝູນໃຊ້ບັນດາຂໍ້ກໍານົດກົດໝາຍຢ່າງມີໄຫວພິບ ເພື່ອໃຫ້ການສົມທົບໃນການສືບສວນ, ມ້າງທໍາລາຍບັນດາຄະດີ ໃຫ້ມີປະສິດທິຜົນກວ່າເກົ່າ. ພ້ອມກັນນັ້ນ, ກໍາລັງຕໍາຫຼວດບັນດາປະເທດ ASEANAPOL ແລະ ບັນດາຄູ່ຮ່ວມມື ຄວນມີສຽງເວົ້າລວມ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສສາກົນອື່ນໆ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີີ, ຄວາມເປັນເອກະພາບ ທີ່ຖືກຕ້ອງຕາມເນື້ອໃນຈິດໃຈລວມຂອງການຮ່ວມມື ອາຊຽນ”.

ທ່ານລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ໂຕເລິມ  ພ້ອມດ້ວຍບັນດາຜູ້ບັນຊາການຕໍາຫຼວດ
ບັນດາປະເທດ ອາຊຽນ (ພາບ: TTXVN)
      ພາຍຫຼັງພິທີໄຂ, ກະຊວງຕໍາຫຼວດຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວ ກ່ຽວກັບບັນດາເນື້ອໃນຫຼັກທີ່ໄດ້ນໍາມາປຶກສາຫາລືໃນກອງປະຊຸມຄັ້ງນີ້. ໂດຍເປັນປະທານການຖະແຫຼງຂ່າວ, ທ່ານພົນຕີ ເຈິ່ນວັນເວະ, ຫົວໜ້າອົງການຕໍາຫຼວດສືບສວນ, ກະຊວງຕໍາຫຼວດ ຫວຽດນາມ ໃຫ້ຮູ້ວ່າ:
        ບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນ ປຶກສາຫາລືກ່ຽວກັບການສົມທົບກັນໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ. ໃນນັ້ນ, ພົ້ນເດັ່ນຂຶ້ນແມ່ນອາດຊະຍາກໍາຊື້-ຂາຍຢາເສບຕິດ, ການຄ້າມະນຸດ, ອາດຊະຍາກໍານໍາໃຊ້ເຕັກໂນໂລຢີສູງ ໂດຍມີຜູ້ຕາງໜ້າຂັ້ນກົມຂອງ 10 ປະເທດ ປະຊຸມກັນ ແລະ ຕີລາຄາຄືນໃໝ່່ຕໍ່ແຕ່ລະເນື້ອໃນຢ່າງລະອຽດ ຫຼັງຈາກນັ້ນ ກໍຍົກອອກຄໍາເຫັນ ເພື່ອເປັນເອກະພາບກັນ”.
        ໃນລະຫວ່າງວັນທີ 17 – 19 ກັນຍາ, ASEANAPOL 39 ມີ 2 ວາລະປະຊຸມຄົບຄະນະ ແລະ ບັນດາການໂຮມປະຊຸມກຸ່ມ. ຄາດວ່າ, ສິ້ນສຸດກອງປະຊຸມ, ຜູ້ບັນຊາການຕໍາຫຼວດ 10 ປະເທດ ອາຊຽນ ຈະລົງນາມໃນແຈ້ງການຮ່ວມຂອງກອງປະຊຸມ ASEANAPOL 39, ຢັ້ງຢືນບັນດາເນື້ອໃນຮ່ວມມື ເຊິ່ງ ASEANAPOLຈະສຸມໃສ່ປະຕິບັດໃນປີ 2020./. 
 (ແຫຼ່ງຄັດຈາກ VOV)
 
 


top