ຂ່າວສານ

ຮຽກຮ້ອງອົງການຈັດຕັ້ງ, ສ່ວນບຸກຄົນ ແລະ ພໍ່ແມ່ປະຊາຊົນສືບຕໍ່ມີການກະທຳແທດຈິງຫຼາຍຢ່າງເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ຊີ້ແຈ້ງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີພາຍຫຼັງສົງຄາມແມ່ນໜ້າທີ່ທັງຮີບດ່ວນ, ທັງຍາວນານ.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ມອບຂອງຂວັນໃຫ້ຜູ້ແທນ. (ພາບ: quochoi.vn)

ຕອນບ່າຍວັນທີ 27 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ພົບປະກັບຜູ້ແທນ 55 ຄົນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ແບບຢ່າງດີເດັ່ນ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ” ຄັ້ງທີ 4, ໄລຍະ 2021 – 2026. ຢູ່ທີ່ນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ຊີ້ແຈ້ງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີພາຍຫຼັງສົງຄາມແມ່ນໜ້າທີ່ທັງຮີບດ່ວນ, ທັງຍາວນານ, ແມ່ນໜ້າທີ່ຄວາມຮັບຜິດຊອບຂອງທົ່ວສັງຄົມ, ເພື່ອແນໃສ່ຕອບບຸນແທນຄຸນຕໍ່ຜູ້ເຄື່ອນໄຫວການປະຕິວັດໃນສົງຄາມທີ່ຖືກຕິດແປດທາດພິດເຄມີ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ. ທ່ານ ເຈິ່ນແທັງເໝີນ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ມີການກະທຳຫຼາຍຢ່າງທີ່ແທດຈິງ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ອຳນາດການປົກຄອງທຸກຂັ້ນ ແລະ ລະບົບການເມືອງສືບຕໍ່ປະຕິບັດນະໂຍບາຍຂອງພັກ, ລັດທີ່ມີຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃຫ້ເປັນຢ່າງດີກວ່າອີກ.

        ແລະໃນຕອນຄ່ຳວັນດຽວກັນ, ຢູ່ ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ຈັດພິທີມອບລາງວັນສື່ມວນຊົນກ່ຽວກັບຫົວເລື່ອງ “ວິນາດສະກຳທາດພິດສີສົ້ມ ແລະ ພາລະກິດແຫ່ງການຟື້ນຟູຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີໂດຍ ອາເມລິກາ ນຳໃຊ້ໃນສົມຄາມຢູ່ ຫວຽດນາມ” ຄັ້ງທີ 1, ປີ 2020 – 2021.

(ແຫຼ່ງຄັດຈາກ VOV)


top