ຂ່າວສານ

ຮຽກຮ້ອງບັນດາຝ່າຍບໍ່ຄວນມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ

      ຫວຽດນາມ ມີພະຍານຫລັກຖານປະຫວັດສາດ ແລະ ນິຕິກຳຢ່າງ ພຽງພໍ ເພື່ອຢັ້ງຢືນ ອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  
ພາບ: ສຳນັກຂ່າວສານ ຫວຽດນາມ
      ຕອນບ່າຍວັນທີ 24 ມິຖຸນາ ທີ່ການຖະແຫລງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດຫວຽດນາມ  ຈັດຂຶ້ນຕາມຮູບການ ອອນລາຍ, ເມື່ອຕອບຄຳຖາມຂອງນັກຂ່າວ ສະເຫນີໃຫ້ຮູ້ ປະຕິກິລິຍາ ຂອງຫວຽດນາມ ຕໍ່ຫນ້າຂ່າວຄາວຫວ່າງແລ້ວທີ່ວ່າ ໄດ້ພົບເຫັນ ກຳປັ່ນສືບຂ່າວ ແລະ ເຮືອບິນ ຂອງຈີນ ຢູ່ ດອນຫີນ ຈືເທີບ ຂຶ້ນກັບ ໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ມີພະຍານຫລັກຖານປະຫວັດສາດ ແລະ ນິຕິກຳຢ່າງ ພຽງພໍ ເພື່ອຢັ້ງຢືນ ອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ແມ່ນສອດຄ່ອງກັບບັນດາຂໍ້ກຳນົດຂອງກົດໝາຍສານກົນ. ທຸກການເຄື່ອນໄຫວລ່ວງລ້ຳອະທິປະໄຕ, ບັນດາສິດທີ່ກ່ຽວຂ້ອງຂອງຫວຽດນາມຢູ່ ໝູ່ເກາະ ເຈື່ອງຊາ ແມ່ນຜິດກົດໝາຍ ແລະໄຮ້ຄຸນຄ່າ.
ໃນສະພາບການພາກພື້ນ ແລະ ໂລກຄືປະຈຸບັນ, ຫວຽດນາມ ຮຽກຮ້ອງບັນດາຝ່າຍ ບໍ່ໄດ້ມີບັນດາການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ, ຄວນມີການປະກອບສ່ວນຢ່າງແທດຈິງ ແລະຕັ້ງຫນ້າເຂົ້າໃນການຮັກສາສັນຕິພາບຢູ່ທະເລຕາເວັນອອກ ກໍ່ຄື ສ້າງສະພາບແວດລ້ອມສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).
(ແຫຼ່ງຄັດຈາກ VOV)

top