ຂ່າວສານ

ຮຽກຮ້ອງ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ” ແນໃສ່ກະຕຸ້ນຄວາມຕ້ອງການໄປທ່ອງທ່ຽວຢູ່ພາຍໃນປະເທດ

      ນີ້ແມ່ນວິທີແກ້ໄຂ ແນໃສ່ກະຕຸ້ນຄວາມຕ້ອງການດ້ານທ່ອງທ່ຽວຢູ່ພາຍໃນປະເທດ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໄປທ່ອງທ່ຽວຢູ່ເຂດແຄວ້ນ ຕ່າງໆໃນທົ່ວປະເທດໃນສະພາບຫາກໍ່ກັບຄືນສູ່ປົກກະຕິພາຍຫຼັງໂລກລະບາດໂຄວິດ - 19. 

ຂົວລອຍຄຳ - ສະຖານທີ່ທ່ອງທ່ຽວມີຊື່ສຽງຢູ່ດ່າໜັງ (ພາບປະກອບ: TTXVN)
      ວັນທີ 8  ພຶດສະພາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ປະກາດໃຊ້ແຜນການປຸກລະດົມໂຄງການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”. ນີ້ແມ່ນວິທີແກ້ໄຂ ແນໃສ່ກະຕຸ້ນຄວາມຕ້ອງການດ້ານທ່ອງທ່ຽວຢູ່ພາຍໃນປະເທດ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໄປທ່ອງທ່ຽວຢູ່ເຂດແຄວ້ນຕ່າງໆໃນທົ່ວປະເທດໃນສະພາບ ຫາກໍ່ກັບຄືນສູ່ປົກກະຕິພາຍຫຼັງໂລກລະບາດໂຄວິດ - 19. 
      ເວລາປະຕິບັດໂຄງການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ” ແມ່ນແຕ່ວັນທີ 1 ມິຖຸນາ - 31 ທັນວາ 2020. ຕາມແຜນການແລ້ວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈະສົມທົບກັບບັນດາທ້ອງຖິ່ນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈັດຕັ້ງພິທີປຸກລະດົມໂຄງການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ” ຢູ່ບາງບໍລິເວນ, ສະຖານທີ່ທ່ອງທ່ຽວຈຸດສຸມ.
 (ແຫຼ່ງຄັດຈາກ VOV)


top