ຂ່າວສານ

ຮຽກຮ້ອງ ຈີນ ເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ

      ວັນທີ 5 ກັນຍາ 2017, ກ່ຽວກັບເລື່ອງ ຈີນ ຖະແຫຼງການຝຶກຊ້ອມຍິງລູກປືນແທ້ຢູ່ເຂດໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ກ່າວວ່າ:
            “ເລື່ອງ ຈີນ ຖະແຫຼງການຝຶກຊ້ອມຍິງລູກປືນແທ້ຢູ່ເຂດໝູ່ເກາະຂອງ ຫວຽດນາມ ແມ່ນການກະທຳລ່ວງລະເມີດອະທິປະໄຕຂອງ ຫວຽດນາມ ຢ່າງຮ້າຍແຮງ ສຳລັບໝູ່ເກາະດັ່ງກ່າວ, ນາບຂູ່ຕໍ່ ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ທະເລຕາເວັນອອກ.
            ຫວຽດນາມ ຄັດຄ້ານການກະທຳນີ້ຢ່າງຮຸນແຮງ, ຮຽກຮ້ອງ ຈີນ ເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ຢ່າງເຂັ້ມງວດ, ບໍ່ມີບັນດາການກະທຳຄືດັ່ງກ່າວ, ບໍ່ປະໃຫ້ເກີດຜົນສະທ້ອນຕໍ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ທະເລຕາເວັນອອກ.
            ຫວຽດນາມ ຢັ້ງຢືນອີກຄັ້ງໜຶ່ງວ່າ ຈະຢຶດໝັ້ນປົກປັກຮັກສາອະທິປະໄຕ ແລະ ບັນດາສິດ, ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍ ຂອງຕົນຢູ່ທະເລຕາເວັນອອກ ດ້ວຍບັນດາມາດຕະການ ໂດຍສັນຕິວິທີເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີກົດບັດສະຫະປະຊາຊາດ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ”.
 (ແຫຼ່ງຄັດຈາກ VOV)

top