ຂ່າວສານ

ຮູບເງົາເລື່ອງ"ລີງລົມບໍ່ມີວັນນ້ຳຕາຕົກ" ໄດ້ຮັບ ລາງວັນຮູບເງົາດີເດັ່ນໃນງານມະຫາກຳ ຮູບເງົາ ສາກົນ Berlin ຄັ້ງທີ 74

ຜູ້ກຳກັບການສະແດງຝ້າມງອກເລີນ ເປັນທີ່ຄຸ້ນເຄີຍໃນງານມະຫາກຳຮູບເງົາ Berlin, ດ້ວຍຮູບເງົາສັ້ນຫຼາຍເລື່ອງທີ່ດັງກ້ອງກັງວານ.
ຜູ້ກຳກັບການສະແດງຝ້າມງອກເລີນ ພ້ອມກັບສິລະປີນປະຊາຊົນ ມິງເຈົາ ແລະ ບັນດານັກສະແດງ ຮວ່າງຮ່າ, ຊວນອານ

ຮູບເງົາເລື່ອງ"ລີງລົມບໍ່ມີວັນນ້ຳຕາຕົກ" ຂອງຜູ້ກຳກັບການສະແດງຝ້າມງອກເລີນ ຫາກໍ່ໄດ້ຮັບລາງວັນຮູບເງົາດີເດັ່ນທຳອິດ (GWFF Best First Feature) ທີ່ງານມະຫາກຳຮູບເງົາ Berlin ຄັ້ງທີ 74 ທີ່ຈັດຂຶ້ນແຕ່ວັນທີ 15 – 25 ກຸມພາ.

ຜູ້ກຳກັບການສະແດງຝ້າມງອກເລີນ ເປັນທີ່ຄຸ້ນເຄີຍໃນງານມະຫາກຳຮູບເງົາ Berlin, ດ້ວຍຮູບເງົາສັ້ນຫຼາຍເລື່ອງທີ່ດັງກ້ອງກັງວານ. ໃນປີ 2016, ຮູບເງົາຂອງລາວ "ເມືອງອື່ນ" ໄດ້ແຂ່ງຂັນໃນປະເພດຮູບເງົາ Berlinale Shorts ສໍາລັບຮູບເງົາສັ້ນ. 3 ປີຕໍ່ມາ, ຮູບເງົາທີ່ມີຊື່ວ່າ "ເຂດດິນດີ" ກໍໄດ້ຮັບການສະເໜີຮັບລາງວັນໃນ ປະເພດອັນດຽວກັນ.


top