ການສາຍຮູບເງົາເລື່ອງ “ຝົນແດງ” ຢູ່ນະຄອນຫຼວງ ວຽງຈັນ ໄດ້ສ້າງ ຄວາມປະທັບໃຈຢ່າງຍິ່ງໃຫ້ແກ່ຜູ້ຊົມ ແລະ ຕໍ່ເພື່ອນມິດ ລາວ ເປັນ ຈຳນວນຫຼວງຫຼາຍ. ຮູບເງົາເລື່ອງນີ້ ໄດ້ຟື້ນຄືນ ຢ່າງມີຊີວິດຊີວາ ການຕໍ່ສູ້ 81 ວັນຄືນ ຢ່າງອົງອາດກ້າຫານ, ປົກປັກຮັກສາ ກໍາແພງ ເກົ່າ ກວາງຈິ ໃນປີ 1972 ພ້ອມກັບການເສຍສະຫຼະ ອັນໃຫຍ່ຫຼວງ ຂອງ ບັນດານວິລະຊົນ ນັກຮົບ ທີ່ໄດ້ເສຍສະຫຼະ ຊີວິດເພື່ອຊາດ ຫວຽດນາມ ເພື່ອຄວາມອິດສະຫຼະພາບ, ຜືນແຜ່ນດິນ ອັນຄົບຖ້ວນ ຂອງ ປະເທດຊາດ. ຜ່ານຮູບເງົາປະຫວັດສາດ ທີ່ເຕັມໄປດ້ວຍສິລະ ປະ, ເຫດການບໍ່ພຽງແຕ່ຊ່ວຍໃຫ້ ວົງຄະນາຍາດຊາວ ຫວຽດນາມ ແລະ ຄົນຮຸ່ນໜຸ່ມ ຢູ່ລາວ ມີຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ຄຸນຄ່າ ຂອງ ສັນຕິພາບ ເທົ່ານັ້ນ, ແຕ່ຍັງປະກອບສ່ວນ ຮັດແໜ້ນ ໄມຕີຈິດ ມິດຕະພາບ, ຄວາມເຊື່ອມໂຍງ ມູນເຊື້ອ ລະຫວ່າງ ປະຊາຊົນ ສອງ ປະເທດ.
ເອື້ອຍຄູ ຫງວຽນທິລານຈີ, ຮອງຜູ້ອຳນວຍການ ໂຮງຮຽນ ສອງ ພາ ສາ ລາວ - ຫວຽດນາມ ຫງວຽນຢູ ໃຫ້ຮູ້ວ່າ ຈະນຳໃຊ້ ບັນດາເລື່ອງ ລາວ ໃນຮູບເງົາ “ຝົນແດງ” ເພື່ອອົບຮົມ ນັກຮຽນ ກ່ຽວກັບ ຄວາມ ສາມັກຄີ ແບບພິເສດ ຫວຽດນາມ - ລາວ. ພາບ: ຊວນຕູ໋/VNA
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນເຊັນ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ (18/7/1977
- 18/7/2026)
ແລະ ວັນເສຍອົງຄະ ແລະ ນັກຮົບທ່ີເສຍສະຫຼະຊີວິດ ເພື່ອຊາດ ຄົບຮອບ 79
ປີ (27/7/1947 - 27/7/2026), ສະຖານທູດ
ຫວຽດນາມ ປະຈຳນະຄອນຫຼວງ ວຽງຈັນ ໄດ້ປະສານສົມທົບກັບ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ
ແລະ ບໍລິສັດ Star
Telecom (Unitel)
ຈັດຕັ້ງການສາຍຮູບເງົາພິເສດເລື່ອງ “ຝົນແດງ”.
ທ່ານ ພົນຈັດຕະວາ ບຸດສະດີ ອິນທະລັງສີ, ຮອງຫົວໜ້າ ຫ້ອງການ ກະຊວງປ້ອງກັນປະເທດ ລາວ ຢັ້ງຢືນວ່າ ຮູບເງົາເລື່ອງ “ຝົນແດງ” ແມ່ນບົດຮຽນ ປະຫວັດສາດ ຕົວຈິງ ຢ່າງມີຊີວິດຊີວາ ທີ່ສຸດ ໃຫ້ແກ່ ກຳລັງປະກອບອາວຸດ ສອງປະເທດ ລາວ - ຫວຽດນາມ. ພາບ: ຊວນຕູ໋/VNA
ເຫດການໃນຄັ້ງນີ້ ບໍ່ພຽງແຕ່ແມ່ນກິດຈະກໍາ ທາງວັດທະນະທຳ ແລະ ສິລະປະ ທຳມະດາ ເທົ່ານັ້ນ, ແຕ່ຍັງ ກາຍເປັນການດຳເນີນ ຊີວິດການເມືອງ - ແນວຄິດທີ່ເລິກເຊິ່ງ, ຫັນແຜນນະໂຍບາຍ ເພີ່ມ ທະວີ “ການເຊື່ອມໂຍງ ຍຸດທະສາດ” ລະຫວ່າງ ສອງພັກ,
ສອງລັດ ແລະ ປະຊາຊົນ ສອງປະເທດ ຫວຽດນາມ - ລາວ ໃນໄລຍະ ການ ຂະຫຍາຍຕົວໃໝ່.