ວັດທະນະທຳ

ຮູບຫຼໍ່ ເທິງ ກື໊ວດີ໊ງ ເຫ້ວ ຖືກຮັບຮອງວ່າ ເປັນມໍລະດົກ ເອກະສານໂລກ

ເມື່ອເວລາ 13ໂມງ 9 ນາທີ, ວັນທີ 8 ພຶດສະພາ (ຕາມເວລາທ້ອງ ຖິ່ນ), ຢູ່ນະຄອນຫຼວງ Ulaanbaatar, ປະເທດ ມົງໂກລີ, ເອກະ ສານ “ຮູູບຫຼໍ່ເທິງ ດີ໊ງ ທອງ 9 ໜ່ວຍຢູ່ພະລາຊະວັງ ເຫວ້” (162 ຮູບຫຼໍ່ເທິງ ກື໊ວດີ໊ງ ເຫວ້ 9 ໜ່ວຍ - ນັກຂ່າວ) ຂອງ ຫວຽດນາມ ໄດ້ຖືກຮັບຮອງເອົາ ແລະ ໄດ້ກາຍເປັນ ມໍລະດົກເອກະສານ ຂອງໂຄງການ ຄວາມຊົງຈຳໂລກ ພາກພື້ນອາຊີ-ປາຊີຟິກ ຂອງ UNESCO ຢ່າງເປັນທາງການ.



ກື໊ວດີ໊ງ ໃນ ໃນພະລາຊະວັງ ເຫວ້. ພາບ: ແທງຮ່ວາ/VNP

ເມື່ອເວລາ 13ໂມງ 9 ນາທີ, ວັນທີ 8 ພຶດສະພາ (ຕາມເວລາທ້ອງ ຖິ່ນ), ຢູ່ນະຄອນຫຼວງ Ulaanbaatar, ປະເທດ ມົງໂກລີ, ເອກະ ສານ “ຮູູບຫຼໍ່ເທິງ ດີ໊ງ ທອງ 9 ໜ່ວຍຢູ່ພະລາຊະວັງ ເຫວ້” (162 ຮູບຫຼໍ່ເທິງ ກື໊ວດີ໊ງ ເຫວ້ 9 ໜ່ວຍ - ນັກຂ່າວ) ຂອງ ຫວຽດນາມ ໄດ້ຖືກຮັບຮອງເອົາ ແລະ ໄດ້ກາຍເປັນ ມໍລະດົກເອກະສານ ຂອງໂຄງການ ຄວາມຊົງຈຳໂລກ ພາກພື້ນອາຊີ-ປາຊີຟິກ ຂອງ UNESCO ຢ່າງເປັນທາງການ.

ການຮັບຮອງ ຮູບຫຼໍ່ ດ້ວຍທອງ ທີ່ມີຄວາມງາມ ລະອຽດອ່ອນ 162 ຮູບ ຢູ່ເທິງ ກື໊ວດີ໊ງ ເຫ້ວ ເປັນມໍລະດົກ ເອກະສານໂລກ ໄດ້ສະ ແດງໃຫ້ເຫັນຄຸນຄ່າ ພິເສດ ແລະ ສະເພາະ ຂອງ ຊຸດ “ສາລານຸ ກົມ” ດ້ວຍທອງ ຂອງ ຫວຽດນາມ ໃນເຄິ່ງຕົ້ນສະຕະວັດທີ XIX. ດັ່ງນັ້ນ, ດ້ວຍການຮັບຮອງນີ້,   ມາຮອດປັດຈຸບັນ, ເຫວ້ ມີ 8 ມໍລະດົກ ທີ່ໄດ້ຮັບການຮັບຮອງ ຈາກອົງການ UNESCO. ນີ້ບໍ່ພຽງແຕ່ແມ່ນຄວາມປິຕິຍິນດີ ຂອງ ແຂວງ ເທື່ອທຽນເຫວ້ ເທົ່ານັ້ນ, ແຕ່ຍັງແມ່ນຄວາມມີີກຽດ ແລະ ຄວາມພາກ ພູມໃຈ ຂອງ ຊາວ ຫວຽດນາມ ທຸກຄົນອີກດ້ວຍ.

 

ກື໊ວດີ໊ງ 9 ໜ່ວຍໄດ້ຕັ້ງຢູ່ຕໍ່ໜ້າເດີ່ນ ເຖ໋ໂຕ໊ມ໋ຽວ (ພາຍໃນ ພະລາ ຊະວັງ ເຫວ້) ຊຶ່ງເປັນສະຖານທີ່ສັກກາລະບູຊາ ບັນດາອົງກະສັດ ລາຊະວົງ        ຫງວຽນ. ພາບ: ແທງຮ່ວາ/VNP

ກື໊ວດີ໊ງ ລວມມີໂຖໃຫຍ່ 9 ໜ່ວຍ (ຫຼໍ່ດ້ວຍທອງ, ມີສອງຫູ ແລະ ສາມຂາ) ທີ່ຕັ້ງຢູ່ຕໍ່ໜ້າ ເຖ໋ໂຕ໊ມ໋ຽວ (ພາຍໃນພະລາຊະວັງ ເຫວ້) ໄດ້ຮັບການປະດິດສ້າງ ແລະ ເລີ່ມລົງມືຫຼໍ່ ຈາກຄຳສັ່ງ ຂອງກະສັດ ມິງມ້າງ ໃນເດືອນ ທັນວາ 1835. ກື໊ວດີ໊ງ ໄດ້ຮັບການ ຫຼໍ່ສຳເລັດ ໃນເວລາກວ່າໜຶ່ງປີ, ຫຼັງຈາກນັ້ນໄດ້ສືບຕໍ່ປັບປຸງ. ພິເສດ, ເທິງ ກື໊ວ ດີ໊ງ ທອງໃຫຍ່ 9 ໜ່ວຍນີ້,  ມີຮູບຫຼໍ່ 162 ຮູບ ສະແດງໃຫ້ເຫັນເຖິງ ປະກົດການທຳມະຊາດ, ພູເຂົາ ແມ່ນຳ້, ພົມແດນ, ຊື່ເຂດດິນ, ຜະ ລິດຕະພັນພິເສດ, ອາວຸດ, ພາຫະນະ, ຊີວິດ... ຊ່ຶງເປັນຮູບພາບທີ່ພົ້ນເດັ່ນ ແລະ ເປັນສັນຍະລັກພິເສດ ຂອງ ຫວຽດນາມ. 

 

 

ຮູບພາບບັນດາເຂດທະເລຂອງ ຫວຽດນາມໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງ ແລະ ຊັດເຈນ ຢູ່ເທິງ ກື໊ວດີ໊ງ. ພາບ: ເອກະສານ 
 

ນອກຈາກລັກສະນະ ທີ່ເປັນສັນຍາລັກ ໃຫ້ບັນດາອົງກະສັດ, ສະ ແດງໃຫ້ເຫັນ ພະລັງອຳນາດ ຂອງລາຊະວົງ ຫງວຽນ, ກື໊ວດີ໊ງ ຍັງຖືກປຽບທຽບ ກັບຊຸດ “ສາລານຸກົມ” ຂອງ ຫວຽດນາມ ໃນຕົ້ນ ສະ ຕະວັດທີ XIX ດ້ວຍ 162 ຮູບຫຼໍ່ ພົ້ນຂຶ້ນ ດ້ວຍທອງແດງ ຢ່າງປາ ນີດແນບນຽນ. ເນື້ອໃນຂອງບັນດາຮູບຫຼໍ່ ໄດ້ຮັບການຄິດໄລ່, ແບ່ງ ປະເພດ ແລະ ຈັດເປັນຊຸດຕາມຕົວເລກ 9. ຕົວຢ່າງຄື: ດາວ ແລະ ທໍາມະຊາດ ໃນຈັກກະວານ 9 ແຫ່ງ;  ພູເຂົາໃຫຍ່ 9 ໜ່ວຍ; ແມ່ ນ້ໍາໃຫຍ່ສາຍສໍາຄັນ 9 ສາຍ; ລຳຄອງ ແລະ ແມ່ນໍ້າອື່ນໆ 9 ສາຍ; ປາກແມ່ນໍ້າ, ດ່ານຊາຍແດນ 9 ແຫ່ງ; ສັດໃຫຍ່ສີ່ຂາ 9 ໂຕ; ສັດ ມົງຄຸນ 9 ໂຕ; ນົກ 9 ຊະນິດ;  ພືດສະບຽງອາຫານ 9 ປະເພດ; ຜັກ ແລະ ຫົວ 9 ປະເພດ; ດອກໄມ້ 9 ຊະນິດ; ຕົ້ນໄມ້ກິນໝາກ 9 ປະເພດ; ພືດສະໝຸນໄພ ອັນລໍ້າຄ່າ 9 ຊະນິດ; ໄມ້ 9 ປະເພດ; ອາວຸດ 9 ຊະນິດ; ປາ, ຫອຍ, ແມງໄມ້ 9 ຊະນິດ, ເຮືອແພ, ພາ ຫະນະ 9 ປະເພດ. 

 

ຮູບພາບຊື່ເຂດດິນທີ່ເປັນຕົວແທນຂອງ ຫວຽດນາມຢູ່ເທິງ ກື໊ວດີ໊ງ. ພາບ: ເອກະສານ

 ຜ່ານຮູບຫຼໍ່ 162  ຮູບສາມາດເຫັນໄດ້ວ່າ ບັນດາຮູບຫຼໍ່ໄດ້ຮັບການ ສະແດງ ໂດຍສັງເຂບ ແຕ່ແນບແໜ້ນ ແລະ ຫຼາກຫຼາຍຮູບແບບ ກ່ຽວກັບ ທັດສະນີຍະພາບ, ສະຖານທີ່, ຜະລິດຕະພັນພິເສດ... ທີ່ມີຊື່ສຽງ ຢູ່ແຕ່ລະເຂດພາກ ຂອງ ປະເທດ, ສ້າງເປັນຮູບພາບ ພັນລະນາ ຄວາມສວຍງາມ ຮັ່ງມີ ຂອງ ປະເທດຊາດ ຢ່າງມີຊີວິດຊີ ວາ. ຕົວຢ່າງ: ເທິງ ຕວຽນດີ໊ງ ມີແມ່ນໍ້າແດງ, ສ່່ວນຢູ່ເທິງ ຮວ່ຽນດີ໊ງ ກໍມີແມ່ນໍ້າຂອງ ແລະ ຢູ່ເທິງ ເຍິນດີ໊ງ ມີແມ່ນໍ້າ ເຮືອງ ແລະ ຢູ່ເທິງ ກາວດີ໊ງ ມີເສືອຢູ່ໃນປ່າ, ສ່ວນຢູ່ເທິງ ເຍິນດີ໊ງ ກໍມີປາວານ ຢູ່ໃນທະເລ.

 

ຮູບສັດມົງຄຸນ, ພາຫະນະ ແລະ ປະກົດການທຳມະຊາດຢູ່ເທິງ ກື໊ວດີ໊ງ. ພາບ: ແທງຮ່ວາ/VNP

ພິເສດ, ໃນຈຳນວນຮູບຫຼໍ່ຢູ່ເທິງ ກື໊ວດີ໊ງ, ມີຫຼາຍຮູບຫຼໍ່ ພັນລະນາ ຊື່ເຂດດິນ, ພູເຂົາ ແມ່ນຳ້, ທະເລໝູ່ເກາະຂອງ ຫວຽດນາມ ພ້ອມກັບຄຳບັນຍາຍ ດ້ວຍຕົວໜັງສື ຫານ (ໜັງສືຈີນ ບູຮານ) ຢ່າງຈະ ແຈ້ງ ແລະ ຊັດເຈນ, ສະແດງໃຫ້ເຫັນສະຕິ ຢືນຢັນ ອຳນາດອະທິ ປະໄຕ ຜືນແຜ່ນດິນ ຂອງບັນດາເຈົ້າກະສັດ ມາແຕ່ດົນນານ. ສິ່ງທີ່ ໜ້າສົນໃຈ ຄືໃນຈຳນວນ ກື໊ວດີ໊ງ 9 ໜ່ວຍນັ້ນ, ມີກື໊ວດີ໊ງ 3 ໜ່ວຍ ໄດ້ກະສັດ ມິງມ້າງ ໃຫ້ສະຫຼັກຮູບພາບ ທະເລ ເພື່ອສະແດງ ໂດຍສັງເຂບ ກ່ຽວກັບທະເລໝູ່ເກາະຂອງ ຫວຽດນາມ ໃນເວລານັ້ນຄື: ທະເລຕາເວັນອອກ ໄດ້ຫຼໍ່ເທິງ ກາວດີ໊ງ; ທະເລພາກໃຕ້ ໄດ້ຫຼໍ່ເທິງ ເຍິນດີ໊ງ ແລະ ທະເລຕາເວັນຕົກ ໄດ້ຫຼໍ່ເທິງ ເຈືອງດີ໊ງ. ນີ້ກໍແມ່ນ ດີ໊ງ 3 ໜ່ວຍໃຫຍ່ທີສຸດ ແລະ ສຳຄັນທີສຸດໃນຊຸດ ກື໊ວດີ໊ງ. 

ດັ່ງນັ້ນ, ພ້ອມກັບບັນດາເອກະສານ ໜັງສື ຫານ-ໂນມບູຮານ, ບັນ ດາຮູບພາບ ໝູ່ເກາະທະເລ ທີ່ໄດ້ຮັບການແກະສະຫຼັກ ຢູ່ເທິງ ຊຸດ ກື໊ວດີ໊ງ ນັ້ນ ແມ່ນແຫຼ່ງຂໍ້ມູນຂ່າວສານ ອັນລໍ້າຄ່າ ກ່ຽວກັບອຳນາດອະທິປະໄຕ ຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແລະ ພ້ອມກັນນັ້ນ ກໍ່ສະແດງໃຫ້ຄົນ ຮຸ່ນຫຼັງເຫັນໄດ້ວ່າ ບັນດາອົງກະສັດ ສະໄໝ ລາຊະວົງ ຫງວຽນ ຕ່າງກໍເປັນຈິດໜຶ່ງໃຈດຽວ ອອກແຮງ ປົກປັກຮັກສາ ແລະ ປະຕິບັດສິດອຳນາດອະທິປະໄຕ ໝູ່ເກາະທະເລ ຂອງ ປະເທດຊາດ ມາແຕ່ຕົ້ນ. 

 

ຮູບພາບຂອງ ພືດ ແລະ ສັດ ທີ່ເປັນຕົວແທນຂອງປະເທດ. ພາບ: ແທງຮ່ວາ/VNP
 

ນອກຈາກຄຸນຄ່າທີ່ພົ້ນເດັ່ນ ກ່ຽວກັບຂໍ້ມູນຂ່າວສານ ທ່ີມີລັກສະ ນະ ເອກະສານ, ລັກສະນະ ສາລານຸກົມ, ກື໊ວດີ໊ງ ຍັງໄດ້ຖືວ່າ ເປັນຜົນງານອັນລໍ້າຄ່າ ກ່ຽວກັບເຕັກນິກ ຫຼໍ່ທອງ ຂອງຊາວ ຫວຽດນາມ ໃນ ສະຕະວັດທີ XIX.

ອີກອັນໜຶ່ງທີ່ໜ້າສົນໃຈກໍຄື ຖ້າເບິ່ງຄືນປະຫວັດສາດ ຂອງ ລາຊະ ວົງ ສະໄໝ ສັກດິນາ ຢູ່ປະເທດຕ່າງໆ ໃນພາກພື້ນເຊັ່ນ: ສປ ຈີນ, ຍີ່ປຸ່ນ, ສ ເກົາຫຼີ ຈະສາມາດເຫັນໄດ້ວ່າ ໃນພະລາດຊະວັງ ຂອງບັນດາປະເທດເຫຼົ່ານີ້ ບໍ່ມີຮູບ ກື໊ວດີ໊ງໃດ ທີ່ຄ້າຍຄືກັບ ຢູ່ນະຄອນ ຫຼວງເກົ່າ ເຫວ້ ສະໄໝລາຊະວົງ ຫງວຽນ. ບໍ່ເທົ່ານັ້ນ, ແມ່ນແຕ່ຢູ່ ຫວຽດນາມ, ບັນດາສະໄໝ ລາຊະວົງ ກ່ອນນັ້ນ ກໍບໍ່ມີຮູບແບບເອກະສານໃດໆ ຄືດັ່ງກ່າວ.

 

ກື໊ວດີ໊ງ ບໍ່ພຽງແຕ່ແມ່ນ “ສາລານຸກົມ” ດ້ວຍຮູບພາບ ທີ່ເປັນເອກະ ລັກ ເທົ່ານັ້ນ, ແຕ່ຍັງແມ່ນ ບັນດາຜົນງານປະດິດແຕ່ງ ຫຼໍ່ທອງ ທີ່ພົ້ນເດັ່ນລໍ້າເລີດ ຂອງ ຫວຽດນາມ ແຕ່ປາງກ່ອນ. ພາບ: ແທງຮ່ວາ/VNP

ດັ່ງນັ້ນ, ກື໊ວດີ໊ງ ແມ່ນວັດຖຸພັນໜ່ຶງດຽວ, ບໍ່ສາມາດທົດແທນໄດ້. ວັດຖຸບູຮານເຫຼົ່ານີ້ ລ້ວນແຕ່ມີມາເປັນເວລາເກືອບສອງສະຕະວັດ ແລ້ວ, ດັ່ງນັ້ນ ມັນຈຶ່ງກາຍເປັນ ຊຸດສະສົມ ວັດຖຸບູຮານ ອັນລໍ້າຄ່າທີ່ສຸດ. ນອກຈາກນັ້ນ, ນີ້ຍັງເປັນຊຸດສະສົມໜຶ່ງດຽວ ກ່ຽວກັບຮູບຫຼໍ່ພົ້ນ, ຊຸດສະສົມຕົວໜັງສື ຫານ (ຊື່ຕໍາແໜ່ງ ຂອງ ແຕ່ລະກະສັດ ແຫ່ງລາຊະວົງ ຫງວຽນ), ຊຸດສະສົມຜົນງານ ປະດິດແຕ່ງ ສິລະປະທີ່ອຸດົມຫຼາກຫຼາຍ ແລະ ມີຄຸນຄ່າອັນຍິ່ງໃຫຍ່ທີສຸດ.

ດ້ວຍຄຸນຄ່າ ແລະ ຄວາມໝາຍອັນໃຫຍ່ຫຼວງນັ້ນ, ໃນປີ 2012 ກື໊ວດີ໊ງ ໄດ້ຮັບການຮັບຮອງຈາກລັດເປັນວັດຖຸທີ່ລຳ້ຄ່າຂອງຊາດ, ແລະ ປະຈຸບັນໄດ້ຮັບການເຊີດຊູຈາກອົງການ UNESCO ວ່າເປັນມໍລະດົກ ເອກະສານຂອງອົງການ ຄວາມຊົງຈຳໂລກ ພາກພື້ນອາ-ຊີປາຊີຟິກ.

 

  • ບົດ ແລະ ພາບ: ແທງຮ່ວາ/VNP - ແປໂດຍ: ບິກລຽນ

 



top