ຂ່າວສານ

ຮີບເຮັ່ງສ້າງລະບຽບການລົງທຶນບັນດາກິດຈະກຳຂຶ້ນກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃຫ້ສຳເລັດໂດຍໄວ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍ່ລົງນາມເອກະສານທາງການຮຽກຮ້ອງການກວດຄືນບັນຊີລາຍຊື່ ແລະ ຮີບເຮັ່ງປະຕິບັດລະບຽບການລົງທຶນບັນດາກິດຈະກຳຂຶ້ນກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຢ່າງຂຽດຂາດ.
  ພາບປະກອບ: TTXVN  

 ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າບັນດາອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ ອີງຕາມການຄາດຄະເນບັນຊີລາຍການ ແລະ ລະດັບທຶນສຳລັບແຕ່ລະໜ້າທີ່, ໂຄງການໃນແຕ່ລະຂະແໜງ, ຂົງເຂດທີ່ຂຶ້ນກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຮີບເຮັ່ງຜັນຂະຫຍາຍ, ປະຕິບັດລະບຽບການລົງທຶນໂດຍໄວ, ຮັບປະກັນໃຫ້ຖືກຕ້ອງກັບວັນເວລາຕາມຄວາມຮຽກຮ້ອງ. ໄປຄຽງຄູ່ກັນນັ້ນ, ກໍ່ສືບຕໍ່ກວດກາຄືນຢ່າງລະອຽດ, ຫຼຸດຜ່ອນຈຳນວນໂຄງການທີ່ບໍ່ມີຄວາມຈຳເປັນຢ່າງແທ້ຈິງ, ຮີບເຮັ່ງ, ບໍ່ມີປະສິດທິຜົນ ເພື່ອຮັບປະກັນການແຈກຢາຍທຶນທີ່ມີຈຸດສຸມ; ໃຫ້ບຸລິມະສິດສຸມໃສ່ທຶນໃຫ້ບັນດາໂຄງການສຳຄັນ, ຈຳເປັນ, ມີຜົນກະທົບແຜ່ກະຈາຍໂດຍໄວ, ມີຄວາມສາມາດປ່ອຍທຶນໂດຍໄວ ແລະ ນຳໃຊ້ເຂົ້າພື້ນຖານເສດຖະກິດຢ່າງທັນທີ…, ຮັບປະກັນຄວາມຄືບໜ້າໃນການຜັນຂະຫຍາຍການປະຕິບັດລະບຽບການລົງທຶນທີ່ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ແລະ ປະສິດທິຜົນໃນການລົງທຶນຂອງໂຄງການ. 


top