ຂ່າວສານ

ຮີບເຮັ່ງຜັນຂະຫຍາຍການຮັບມືກັບພາຍຸ WIPHA

ຕໍ່ໜ້າການຜັນແປຢ່າງສັບສົນຂອງພາຍຸ WIPHA, ນະຄອນ ຫາຍຟ່ອງ ໄດ້ປະກາດໃຊ້ຄຳສັ່ງຫ້າມອອກນອກຝັ່ງທະເລ.
ພາຍຸ WIPHA ຍັງຢູ່ຫ່າງຈາກແຂວງ ກວາງນິງ - ຫາຍຟ່ອງ ປະມານ 275 ກມ

ຕອນເຊົ້າວັນທີ 21 ກໍລະກົດ, ພາຍຸ WIPHA ຍັງຢູ່ຫ່າງຈາກແຂວງ ກວາງນິງ - ຫາຍຟ່ອງ ປະມານ 275 ກມ ໄປທາງທິດຕາເວັນອອກ, ດ້ວຍກຳລັງແຮງລົມແຕ່ 102 – 107 ກມ/ຊົ່ວໂມງ. ເພື່ອຮັບມືກັບພາຍຸ, ວັນທີ 20 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຊັ່ນປະກາດໃຊ້ໂທລະເລກຮຽກຮ້ອງໃຫ້ລັດຖະມົນຕີບັນດາກະຊວງ, ຄື: ກະຊວງປ້ອງກັນປະເທດ, ຕຳຫຼວດ, ກະສິກຳ ແລະ ສິ່ງແວດລ້ອມ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງສຸມໃສ່ຊີ້ນຳວຽກງານຮັບມືກັບພາຍຸ, ຝົນຕົກນ້ຳຖ້ວມຢ່າງທັນການ, ເດັດດ່ຽວຮັບປະກັນຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ ແລະ ຂອງລັດ, ຈຳກັດບັນດາຜົນເສຍຫາຍໂດຍພາຍຸກໍ່ໃຫ້ເກີດຢູ່ໃນລະດັບຕ່ຳສຸດ.

ຕໍ່ໜ້າການຜັນແປຢ່າງສັບສົນຂອງພາຍຸ WIPHA, ນະຄອນ ຫາຍຟ່ອງ ໄດ້ປະກາດໃຊ້ຄຳສັ່ງຫ້າມອອກນອກຝັ່ງທະເລ. ທາງນະຄອນມີ ແຈ້ງການຫ້າມກ່ຳປັ່ນ, ເຮືອອອກສູ່ທະເລ, ຢຸດຕິບັນດາການເຄື່ອນໄຫວລ້ຽງປູກສິນໃນນ້ຳ, ຫາສິນທະເລ ແລະ ບັນດາການເຄື່ອນໄຫວອື່ນໆ.

ສ່ວນກຳລັງທະຫານເຮືອເຂດ 1 ກໍ່ຂຶ້ນແຜນ, ຜັນຂະຫຍາຍຫຼາຍມາດຕະການເປັນເຈົ້າການ, ຕັ້ງໜ້າໃນວຽກງານປ້ອງກັນ, ຕ້ານພາຍຸ WIPHA; ເປັນເຈົ້າການສົມທົບກັບອຳນາດການປົກຄອງກຽມພ້ອມຮັບມື ແລະ ກູ້ໄພກູ້ຊີບເມື່ອມີຄວາມຈຳເປັນ.


top