ວິຖີຊີວິດ ຂອງ ຄົນ ຫວຽດ

ຮີດຄອງອະນາໄມ ແລະ ປັບປຸງຫຼຸມສົບຂອງຊາວ ຮ່າຍີ່

ຮີດຄອງອະນາໄມ ແລະ ປັບປຸງຫຼຸມສົບໃນລະດູບານໃໝ່ສະແດງໃຫ້ເຫັນຈິດໃຈກິນເຂົ້າຄິດເຖິງຄຸນນາ, ກິນປາຄິດເຖິງ ຄຸນນຳ້ຂອງຊາວ ຮ່າຍີ່ ທີ່ພວມອາໄສເທິງເຂດພູສູງ ຢູ່ຕາແສງ ອີຕີ, ເມືອງ ບາດຊາດ, ແຂວງ ລາວກາຍ.

ຮີດຄອງອະນາໄມ ແລະ ປັບປຸງຫຼຸມສົບເປັນໜຶ່ງໃນບັນດາຮີດຄອງທີ່ເກົ່າແກ່ຂອງຊາວ ຮ່າຍີ່, ໄດ້ຈັດຂຶ້ນໃນລະດູບານໃໝ່. ກ່ອນທີ່ຈະເຖິງມື້ນັ້ນ, ຄອບຄົວເຈົ້າພາບທັງຫ້າງຫາກະກຽມເຄື່ອງບູຊາ, ທັງໄປແຈ້ງໃຫ້ໝົດທຸກຄົນໃນບ້ານຮູ້ເພື່ອມາເຂົ້າຮ່ວມ.​ ເຄື່ອງບູຊາ ຈະມີ ໄກ່ຜູ້,​ ເຂົ້າໜຽວ, ໄຂ່ຕົ້ມ... ບັນດາຄອບຄົວອື່ໆ ໃນບ້ານ ກໍ່ມີການກະກຽມ ຂອງກິນ. ທາງບ້ານຈະຂ້າໝູໃຫຍ່ໂຕໜຶ່ງເພື່ອ ເອົາຫົວ ແລະ ຫາງໄປທຳພິທີໄຫວ້ບູຊາ, ສ່ວນຊີ້ນໝູທີ່ຍັງເຫຼືອ ຈະໄດ້ເອົາໄປປຸງແຕ່ງ ເປັນອາຫານຫຼາຍເຍື່ອງ.




ໃນມື້ຈັດການອະນາໄມ ແລະ ປັບປຸງຫຼຸມສົບ, ຊາວ ຮ່າຍີ່ ໄດ້
ປະກອບສ່ວນເຄື່ອງບູຊາໂດຍຄວາມສະໝັກໃຈ. ພາບ: ເຈີ່ນຮ໋ຽວ



 
ສັດຫຼາຍໂຕທີ່ພັບດ້ວຍເຈ້ຍໄດ້ຫ້ອຍເທິງຕົ້ນກະຖິນ ໄດ້ບັນທຶກໄວ້
ຄຳພາວະນາຂອງຊາວ ຮ່າຍີ່ ກັບບັນພະບຸລຸດ.​ ພາບ: ເຈີ່ນຮ໋ຽວ

ຕັ້ງແຕ່ເຊົ້າ, ຄອບຄົວເຈົ້າພາບໄດ້ສັກຕົ້ນກະຖິນລົງຫຼຸມສົບ, ເທິງຕົ້ນກະຖິນໄດ້ຫ້ອຍສັດຫຼາຍໂຕທີ່ໄດ້ພັບດ້ວຍເຈ້ຍ. ເຖິງເວລາ ທີ່ເໝາະສົມ, ໝໍພອນຈະທຳພິທີໄຫວ້ບູຊາ, ເຊີນບັນພະບຸລຸດມາ ຮັບເຄື່ອງ ຖະຫວາຍ. ຫຼັງຈາກໝໍພອນທຳພິທີແລ້ວໆ, ຄົນໃນບ້ານ ແຕ່ລະ ຄອບຄົວຈະໄຕ້ທູບ, ແບ່ງກັນເຂົ້າໜຽວ, ອາຫານ, ເຫຼົ້າ, ເຂົ້າໜົ້ມຢູ່ຕໍ່ໜ້າຫຼຸມສົບຂອງບັນພະບຸລຸດ. 

ໃນມື້ທຳຮີດຄອງອະນາໄມ ແລະ ປັບປຸງຫຼຸມສົບ, ແມ່ຍິງຊາວເຜົ່າຮ່າຍີ່ ຈະນຸ່ງຊຸດອາພອນປະຈຳເຜົ່າທີ່ງາມທີສຸດ. ເບິ່ງແຕ່ໄກ, ສີຂຽວດຳຂອງຊຸດອາພອນປະຈຳເຜົ່າ ແມ່ຍິງ ຮ່າຍີ່ ເດັນອອກຂຶ້ນເທິງທົ່ງນາຂັ້ນໄດ. ແມ່ຍິງເຜົ່າ ຮ່າຍີ່ ມັກມັດຜົມເປັນເກົ້າໃຫຍ່, ແບບເກົ້າຜົມດັ່ງກ່າວ ຈະຊ່ວຍເຮັດໃຫ້ແມ່ຍິງເຜົ່າ ຮ່າຍີ່ ທັງຮັກສາຄວາມອຸ່ນໃຫ້ຫົວໃນລະດູໜາວ, ທັງສະແດງໃຫ້ເຫັນຄວາມກະທັດຫັດ, ຄວາມແຂງແຮງ ແລະ ນຳມາຄວາມໂຊກໝານໃຫ້ແກ່ຜູ້ຍິງ.


ການຫ້າງຫາກະກຽມອາຫານທ່ຽງເທິງທົ່ງນາຂັ້ນໄດ. ພາບ: ເຈີ່ນຮ໋ຽວ




ຄາບອາຫານທ່ຽງທີ່ອົບອຸ່ນຂອງຊາວ ຮ່າຍີ່.​ ພາບ: ເຈີ່ນຮ໋ຽວ
ການກິນອາຫານພາຍຫຼັງພິທີໄຫວ້ບູຊາບັນພະບຸລຸດ ເປັນຈຸດ ພິເສດສະເພາະເພື່ອສະແດງໃຫ້ເຫັນຄວາມສາມັກຄີຂອງຊາວເຜົ່າ ຮ່າຍີ່. ປະຊາຊົນໃນບ້ານ ພາກັນນັ່ງກິນເຂົ້າຢູ່ເທິງທົ່ງນາ ຂັ້ນໄດ. ຊາວເຜົ່າ ຮ່າຍີ່ ໄດ້ຖືວ່າ ການອະນາໄມ ແລະ ປັບປຸງ ຫຼຸມສົບເປັນການສະແດງຄວາມດີໃຈນຳບັນພະບຸລຸດ ທີ່ໄດ້ ມີເຮືອນຫຼັງໃໝ່, ມີຄວາມຢູ່ເຢັນເປັນສຸກໃນຊາດໜ້າ.
ປະຕິບັດ: ເຈິ່ນຮ໋ຽວ
 


top