ຂ່າວສານ

ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແມ່ນ ຂົງ​ເຂດ​ມີ​ການ​ຮ່ວມ​ມື​ທີ່​ມີ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິກ​າ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຕອນບ່າຍວັນທີ 23 ກຸມພາ, ຢູ່ສຳນັກງານ ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ໃຫ້ການຕ້ອນຮັບທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຕອນບ່າຍວັນທີ 23 ກຸມພາ, ຢູ່ສຳນັກງານ ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ໃຫ້ການຕ້ອນຮັບທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ.

    

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິງ ຕ້ອນຮັບທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິງ ໄດ້ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃຫ້ພັດທະນາທີ່ເປັນປົກກະຕິ, ຍາວນານ, ແທດຈິງ ແລະ ມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານອາເມລິກາ ເຊິ່ງມາຮອດປັດຈຸບັນໄດ້ໜູນຊ່ວຍຫວຽດນາມ ວັກຊິນກັນໂຄວິດ - 19 ລວມທັງໝົດ ກ່ວາ 29 ລ້ານໂດສ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວາ ບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນຂົງເຂດການຮ່ວມມືທີ່ມີລັກສະນະຍຸດທະສາດລະຫວ່າງສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ທ່ານ John Kerry ສືບຕໍ່ສະໜັບສະໜູນ ອາເມລິກາ ເພີ່ມທະວີການໜູນຊ່ວຍດ້ານການເງິນ, ເຕັກນິກ ໃຫ້ແກ່ ຫວຽດນາມ ເພື່ອນຳການປ່ອຍອ້າຍກາກບອນລົງລະດັບ 0 ໃນປີ 2050 ຄືຄຳໝັ້ນສັນຍາຢູ່ COP 26.

ສ່ວນທ່ານທູດພິເສດ John Kerry ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບການເຄົາລົບຄວາມເປັນລະບອບລະບຽບການນະໂຍບາຍ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ທ່ານກໍ່ເນັ້ນໜັກວ່າ ອາເມລິກາສືບຕໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ແລະ ມີຄວາມຫວັງຢາກຍົກລະດັບກນາພົວພັນໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top