ນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ, ປະຊາຊົນທີ່ກ້າວໜ້າໃນທົ່ວໂລກ, ປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດຂອງການປະຕິວັດເດືອນສິງຫາໃນເມື່ອກ່ອນ ແລະ ຫວຽດນາມ ໃນປັດຈຸບັນ.
ຫວຽດນາມ ພວມກະກຽມ ທີ່ສຸດພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນຊາດວັນທີ 2 ກັນຍາ(2/9/1945-2/9-2025) ໃຫ້ເປັນຢ່າງດີ. ຄາດວ່າຈະມີບັນດາປະເທດ ຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດຈະຈັດສົ່ງກ້ອນກຳລັງເຂົ້າຮ່ວມພິທີເດີນຂະບວນສວນສະໜາມຢູ່ພິທີສະເຫຼີມສະຫຼອງ. ນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ, ປະຊາຊົນທີ່ກ້າວໜ້າໃນທົ່ວໂລກ, ປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດຂອງການປະຕິວັດເດືອນສິງຫາໃນເມື່ອກ່ອນ ແລະ ຫວຽດນາມ ໃນປັດຈຸບັນ. ທີ່ການເຮັດວຽກ, ກວດກາວຽກງານກະກຽມຢູ່ແຂວງ ຝຸເທາະໃນວັນທີ 17 ກໍລະກົດ, ທ່ານພົນໂທ ຫງວຽນເຈື່ອງທັ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ:
ຂ້າພະເຈົ້າສະເໜີໃຫ້ພວກເຮົາມານະພະຍາຍາມເຮັດໃຫ້ດີທີ່ສຸດ, ທ່າທີຮັບໃຊ້ແມ່ນວຽກງານແຖວໜ້າ, ສະແດງໃຫ້ເຫັນຊາວຫວຽດນາມ ຮັກແພງແຂກຄົນ, ຫວຽດນາມ ແມ່ນສະຖານທີ່ນັດພົບຂອງເພື່ອນມິດສາກົນ. ພວກເຮົາບໍ່ພຽງແຕ່ຕາງໜ້າໃຫ້ແກ່ກອງທັບປະຊາຊົນ ຫວຽດນາມເທົ່ານັ້ນ ຫາກຍັງຕາງໜ້າໃຫ້ແກ່ພົນລະເມືອງ ຫວຽດນາມແຕ່ລະຄົນ, ຊາວຫວຽດນາມແຕ່ລະຄົນ. ເຮັດແນວໃດໃຫ້ແຜ່ກະຈາຍນ້ຳໃຈ, ສະແດງໃຫ້ເຫັນວ່າ ພວກເຮົາຮູ້ບຸນຄຸນໃນປະຫວັດສາດ ແລະ ຂອບໃຈໃນອະນາຄົດ, ຕັດສິນໃຈຢ່າງສູງເພື່ອປະຕິບັດສຳເລັດໜ້າທີ່ໂດຍພັກ, ລັດ, ຄະນະພັກ ການທະຫານສູນກາງ, ກະຊວງປ້ອງກັນປະເທດ ມອບໝາຍໃຫ້ຢ່າງດີເລີດ.