ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍເຊັນໃນໂທລະເລກທາງການ ສະບັບເລກທີ 1385 ວ່າດ້ວຍການເພີ່ມທະວີ, ຮັບປະກັນບັນດາເງື່ອນໄຂການກິນ, ການຢູ່, ການດຳເນີນຊີວິດ ແລະ ການຮ່ຳຮຽນໃຫ້ແກ່ເດັກອະນຸບານ, ນັກຮຽນກິນນອນ, ເຄິ່ງກິນນອນ, ນັກຮຽນຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ພູດອຍ.
ວັນທີ 20 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍເຊັນໃນໂທລະເລກທາງການ ສະບັບເລກທີ 1385 ວ່າດ້ວຍການເພີ່ມທະວີ, ຮັບປະກັນບັນດາເງື່ອນໄຂການກິນ, ການຢູ່, ການດຳເນີນຊີວິດ ແລະ ການຮ່ຳຮຽນໃຫ້ແກ່ເດັກອະນຸບານ, ນັກຮຽນກິນນອນ, ເຄິ່ງກິນນອນ, ນັກຮຽນຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ພູດອຍ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຕິບັດບັນດາຂໍ້ກຳນົດຂອງລັດຖະບານທີ່ໄດ້ກຳນົດກ່ຽວກັບນະໂຍບາຍໜູນຊ່ວຍນັກຮຽນ ແລະ ໂຮງຮຽນມັດທະຍົມຢູ່ຕາແສງ, ບ້ານ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ນະໂຍບາຍພັດທະນາການສຶກສາຂັ້ນອະນຸບານ; ກໍຄືບັນດາໜ້າທີ່, ມາດຕະການໃນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030 ແລະ ໂຄງການໜູນຊ່ວຍອື່ນໆຢ່າງເຂັ້ມງວດ.
ເພີ່ມທະວີການຊີ້ນຳ, ຄຸ້ມຄອງ, ກວດກາການປະຕິບັດນະໂຍບາຍກ່ຽວກັບການສຶກສາຊົນເຜົ່າ; ຕັ້ງໜ້າສ້າງສະພາບແວດລ້ອມແຫ່ງການສຶກສາ ທີ່ປອດໄພ, ປອດໂປ່ງເຂັ້ມແຂງ ແລະ ເປັນມິດ.