ຂ່າວສານ

ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ, ຄຸນ​ນະ​ພາບ ແຜນ​ຮ່າງ​ສ້າງ​ລັດ​ແຫ່ງ​​ກົດ​ໝາຍ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງໝາກຜົນການຄົ້ນຄວ້າຫົວເລື່ອງຕ່າງໆ ທີ່ໄດ້ເຮັດແຈ້ງບັນຫາຫຼັກແຫຼ່ງ, ພື້ນຖານສຳຄັນໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ; ພ້ອມທັງຢັ້ງຢືນຄວາມຕັດສິນໃຈ, ຄວາມເປັນເອກະພາບສູງໃນການຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງຮ່າງເອກະສານຕ່າງໆຂອງແຜນຮ່າງ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ  (ພາບ: TTXVN)

ຕອນບ່າຍວັນທີ 22 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳກ່ຽວກັບການສ້າງແຜນຮ່າງ “ຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ” ໄດ້ພົບປະກັບນັກຊ່ຽວຊານ, ນັກວິທະຍາສາດ, ສະມາຊິກໃນໜ່ວຍຮຽບຮຽງສ້າງແຜນຮ່າງທີ່ສຳຄັນນີ້.

     ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງໝາກຜົນການຄົ້ນຄວ້າຫົວເລື່ອງຕ່າງໆ ທີ່ໄດ້ເຮັດແຈ້ງບັນຫາຫຼັກແຫຼ່ງ, ພື້ນຖານສຳຄັນໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ; ພ້ອມທັງຢັ້ງຢືນຄວາມຕັດສິນໃຈ, ຄວາມເປັນເອກະພາບສູງໃນການຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງຮ່າງເອກະສານຕ່າງໆຂອງແຜນຮ່າງ. ມາຮອດປັດຈຸບັນນີ້, ຫົວເລື່ອງຄົ້ນຄວ້າຕ່າງໆຂອງແຜນຮ່າງກໍສຳເລັດໂດຍພື້ນຖານແລ້ວ, ລວບລວມໄດ້ຄຳຄິດເຫັນຂອງນັກຊ່ຽວຊານ, ນັກວິທະຍາສາດຈາກຫຼາຍອົງການ ແລະ ຂົງເຂດທີ່ແຕກຕ່າງກັນ.

(ແຫຼ່ງຄັດຈາກ VOV)

top