ທ່ານປະທານປະເທດ ເລືອງເກືອງ ໄດ້ຊີ້ແຈ້ງວ່າໝົດປີ 2024, ອົງການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການປັບປຸງໃຫ້ກະທັດລັດລົງ, ມີຄວາມເຂັ້ມແຂງໂດຍພື້ນຖານ, ມີໂຄງຮ່າງການປະກອບຈັດຕັ້ງຢ່າງຄົບຊຸດ, ເໝາະສົມກັບບັນດາພາກສ່ວນ, ກຳລັງ.
ທ່ານປະທານປະເທດ ເລືອງເກືອງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV5)
ຮັບປະກັນການຊີ້ນຳໂດຍກົງໃນທຸກດ້ານຂອງພັກສຳລັບກອງທັບ ນີ້ແມ່ນການຢັ້ງຢືນຂອງທ່ານປະທານປະເທດ ເລືອງເກືອງ ທີ່ການເຮັດວຽກກັບກະຊວງປ້ອງກັນປະເທດໃນຕອນບ່າຍວັນທີ 20 ກຸມພາ. ການເຮັດວຽກເພື່ອແນໃສ່ຕີລາຄາໝາກຜົນຂອງການປະຕິບັດມະຕິເລກທີ 05 ຂອງກົມການເມືອງ ກ່ຽວກັບອົງການຈັດຕັ້ງກອງທັບປະຊາຊົນ ຫວຽດນາມ ໃນໄລຍະ 2021 – 2030 ແລະ ຊຸມປີຕໍ່ໄປ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເລືອງເກືອງ ໄດ້ຊີ້ແຈ້ງວ່າໝົດປີ 2024, ອົງການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການປັບປຸງໃຫ້ກະທັດລັດລົງ, ມີຄວາມເຂັ້ມແຂງໂດຍພື້ນຖານ, ມີໂຄງຮ່າງການປະກອບຈັດຕັ້ງຢ່າງຄົບຊຸດ, ເໝາະສົມກັບບັນດາພາກສ່ວນ, ກຳລັງ; ລື່ນກາຍຄວາມຄືບໜ້າ 1 ປີເມື່ອທຽບໃສ່ກັບເປົ້າໝາຍໂດຍມະຕິເລກທີ 05 ວາງອອກ. ທ່ານປະທານປະເທດ ສະເໜີໃນໄລຍະຈະມາເຖິງ, ອົງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຄົ້ນຄ້ວາ, ກວດກາຄືນ ປະເທດຊາດໃນສະພາບການພັດທະນາຢ່າງແຮງ ແລະ ກະກຽມຈັດຕັ້ງກອງປະຊຸມໃຫຍ່ຄະນະພັກທຸກຂັ້ນມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຂອງພັກຄັ້ງທີ XIV.