ກອງປະຊຸມເພື່ອແນໃສ່ແລກປ່ຽນ, ເປັນເອກະພາບຊີ້ນຳເນື້ອໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະເລິກ ເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງສຳຫຼວດກວດຄືນສະພາບການ, ຄວາມຄືບໜ້າກະກຽມບັນດາເນື້ອໃນຢ່າງທັນການ.
ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ຕອນບ່າຍວັນທີ 9 ມີນາ, ຢູຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຂອງຄະນະປະຈຳຄະນະພັກສະພາແຫ່ງຊາດ ກັບຄະນະປະຈຳຄະນະພັກລັດຖະບານກ່ຽວກັບເນື້ອໃນ, ວາລະດຳເນີນກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດທີ XVI. ທ່ານປະທານສະພາແຫງຊາດ, ເລຂາຄະນະພັກສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານນາຍົກລັດຖະມົນຕີ, ເລຂາຄະນະພັກລັດຖະບານ ຟ້າມມິງຈິງ ເປັນປະທານຮ່ວມກອງປະຊຸມ. ກອງປະຊຸມເພື່ອແນໃສ່ແລກປ່ຽນ, ເປັນເອກະພາບຊີ້ນຳເນື້ອໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະເລິກ ເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງສຳຫຼວດກວດຄືນສະພາບການ, ຄວາມຄືບໜ້າກະກຽມບັນດາເນື້ອໃນຢ່າງທັນການ ເພື່ອແນໃສ່ຮັບປະກັນກອງປະຊຸມຄັ້ງປະຖົມມະເລິກ - ກອງປະຊຸມຄັ້ງທຳອິດໃນອາຍຸການຂອງສະພາແຫ່ງຊາດ ຊຸດທີ XVI ໄດ້ດຳເນີນຢ່າງສະດວກ, ມີຄຸນນະພາບ, ມີປະສິດທິຜົນສູງທີ່ສຸດ. ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ເນັ້ນໜັກວ່າ:
ຕ້ອງມານະພະຍາຍາມ, ມີຄວາມຮັບຜິດຊອບ, ປະສານສົມທົບຢ່າງແໜ້ນແຟ້ນເພື່ອຮັບປະກັນການຈັດຕັ້ງສຳເລັດກອງປະຊຸມ, ສ້າງບັນຍາກາດຕັດສິນໃຈນັບແຕ່ຕົ້ນອາຍຸການ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງທັນການ ແລະ ບັນດາມະຕິສຳຄັນຂອງສູນກາງ. ສືບຕໍ່ແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ແກ້ໄຂຂໍ້ຕິດຂັດ ຢ່າງມີປະສິດທິຜົນ. ນຳອຳນາດການປົກຄອງສອງຂັ້ນເຂົ້າເຄື່ອນໄຫວເປັນປົກກະຕິ, ລຸລ່ວງ, ມີປະສິດທິຜົນ.