ຂ່າວສານ

ຮັບຮອງເອົາບັນຊີລາຍຊື່ 205 ທ່ານ ຢູ່ຂັ້ນສູນກາງ ທີ່ອອກສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV

      ບັນຊີລາຍຊື່ 205 ທ່ານ ຢູ່ຂັ້ນສູນກາງ ທີ່ອອກສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV  ລ້ວນແຕ່ໄດ້ຮັບຄວາມໄວ້ວາງໃຈສະເໜີຈາກ 100% ຜູ້ມີສິດເລືອກຕັ້ງ.
ກອງປະຊຸມປຶກສາຫາລື ຄັ້ງທີ 2 (ພາບ: baochinhphu.vn)
      ໃນກອງປະຊຸມປຶກສາຫາລື ຄັ້ງທີ 2 ໂດຍຄະນະປະທານ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຈັດຂຶ້ນ ໃນຕອນເຊົ້າວັນທີ 18 ມີນາ, ບັນຊີລາຍຊື່ 205 ທ່ານ ຢູ່ຂັ້ນສູນກາງ ທີ່ອອກສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV  ລ້ວນແຕ່ໄດ້ຮັບຄວາມໄວ້ວາງໃຈສະເໜີຈາກ 100% ຜູ້ມີສິດເລືອກຕັ້ງ.
        ພາຍຫຼັງກອງປະຊຸມປຶກສາຫາລືຄັ້ງທີ 2 ນີ້, ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈະສົ່ງບົດບັນທຶກບັນຊີລາຍຊື່ບຸກຄົນທີ່ຂຶ້ນກັບບັນດາອົງການ, ອົງການຈັດຕັ້ງ, ຫົວໜ່ວຍ ຢູ່ຂັ້ນສູນກາງ ທີ່ໄດ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ໄປຍັງ ສະພາເລືອກຕັ້ງແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)


top