ຂ່າວສານ

ຮັບຮອງ “ໜັງສືຜ່ານແດນ ວັກຊິນ” ລະຫວ່າງ ຫວຽດນາມ ກັບບັນດາປະເທດ

      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບໃຫ້ກະຊວງການຕ່າງປະເທດເປັນປະທານ, ສົມທົບກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ສະຫະພາບເອີຣົບ, ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ບັນດາປະເທດອື່ນໃນໂລກ ເພື່ອຮັບຮອງ “ໜັງສືຜ່ານແດນວັກຊິນ” ຂອງກັນໂດຍດ່ວນ.
            ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ມີເອກະສານແນະນຳຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການຮັບຮອງ “ໜັງສືຜ່ານແດນ ວັກຊິນ”, ຫຼື ຍັງເອີ້ນວ່າ ໜັງສືຜ່ານແດນສຸຂະພາບເອເລັກໂຕນິກ.
        ປັດຈຸບັນ, ມີຫຼາຍປະເທດໃນໂລກໄດ້ໝູນໃຊ້ “ໜັງສືຜ່ານແດນ ວັກຊິນ” ເພື່ອເປີດປະຕູພື້ນຖານເສດຖະກິດ, ນຳການເຄື່ອນໄຫວເສດຖະກິດ - ສັງຄົມກັບຄືນສູ່ສະພາບປົກກະຕິໃໝ່. ເລື່ອງ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ແລະ ໃນໂລກ ຮັບຮອງ “ໜັງສືຜ່ານແດນ ວັກຊິນ” ຂອງກັນແມ່ນມີຄວາມສຳຄັນ ແລະ ມີຄວາມຈຳເປັນເປັນພິເສດໃນສະພາບການປັດຈຸບັນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບໃຫ້ກະຊວງການຕ່າງປະເທດເປັນປະທານ, ສົມທົບກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ສະຫະພາບເອີຣົບ, ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ບັນດາປະເທດອື່ນໃນໂລກ ເພື່ອຮັບຮອງ “ໜັງສືຜ່ານແດນວັກຊິນ” ຂອງກັນໂດຍດ່ວນ.
(ແຫຼ່ງຄັດຈາກ VOV)


top