ຂ່າວສານ

ຮັບສະໝັກຜູ້ອາສາສະໝັກທົດລອງວັກຊິນໂຄວິດ-19 ຊຸດທີ 2 ຂອງຫວຽດນາມ

      ນັບແຕ່ວັນທີ 05 ມີນາ, ບັນດາຫົວໜ່ວຍຈະຮັບເອກະສານຈົດທະບຽນເຂົ້າຮ່ວມການທົດລອງໄລຍະທຳອິດຂອງວັກຊິນ Covivac.
ບັນດາຜູ້ສະໝັກແມ່ນນອນໃນເກນອາຍຸແຕ່ 18 ຫາ 59 ປີ,
ມີສຸຂະພາບແຂງແຮງດີ, ອາສາສະໝັກເຂົ້າຮ່ວມການທົດລອງ
(ພາບ: TTXVN)
      ສະຖາບັນວັກຊິນ ແລະ ການຢາສາທາລະນະສຸກ, ກະຊວງສາທາລະນະສຸກເຊິ່ງມີສຳນັກງານຕັ້ງຢູ່ແຂວງ ແຄ໊ງຮ່ວາ ຫາກໍ່ສຳເລັດການຝຶກອົບຮົມການທົດລອງ, ກວດພະຍາດ, ຮັບສະໝັກຜູ້ອອກສະໝັກເຂົ້າຮ່ວມການທົດລອງວັກຊິນໂຄວິດ-19 ທີ 2 ຂອງຫວຽດນາມ ທີ່ມີຊື່ວ່າ Covivac. ນັບແຕ່ວັນທີ 05 ມີນາ, ບັນດາຫົວໜ່ວຍຈະຮັບເອກະສານຈົດທະບຽນເຂົ້າຮ່ວມການທົດລອງໄລຍະທຳອິດຂອງວັກຊິນ Covivac. ບັນດາຜູ້ສະໝັກແມ່ນນອນໃນເກນອາຍຸແຕ່ 18 ຫາ 59 ປີ, ມີສຸຂະພາບແຂງແຮງດີ, ອາສາສະໝັກເຂົ້າຮ່ວມການທົດລອງ.
        ທ່ານປະລິນຍາເອກ ເຢືອງຮິວທ໊າຍ, ຫົວໜ້າສະຖາບັນວັກຊິນ ແລະ ການຢາສາທາລະນະສຸກ ໃຫ້ຮູ້ວ່າ, ໝາກຜົນການຄົ້ນຄວ້າຂັ້ນຕົ້ນຈາກບັນດາຫົວໜ່ວຍຕ່າງປະເທດໃຫ້ເຫັນວ່າ, ວັກຊິນ Covivac ມີປະສິດທິຜົນໃນການຕ້ານຄືນໄວຣັດ nCoV ສາຍພັນໃໝ່ຂອງອັງກິດ ແລະ ອາຟະລິກາໃຕ້.
        “ຄາດວ່າໄລຍະທຳອິດຈະທົດລອງໃສ່ 125 ຄົນຢູ່ຮ່າໂນ້ຍ, ຫົວໜ່ວຍທີ່ຮັບທົດລອງແມ່ນມະຫາວິທະຍາໄລແພດຊາດຮ່າໂນ້ຍ. ໄລຍະທີ 1 ຈະແກ່ຍາວເປັນເວລາປະມານແຕ່ 1 ຫາ 2 ເດືອນ, ຕິດຕາມອາການຜູ້ເຂົ້າຮ່ວມໃນເວລາ 2 ເດືອນ. ການທົດລອງຂັ້ນຕົ້ນໃໝ່ແມ່ນການເລີ່ມຕົ້ນ, ບໍ່ແມ່ນການສຳເລັດ, ຕ້ອງຜ່ານ 3 ໄລຍະທົດລອງໃສ່ຄົນ, ໃນທ້າຍປີນີ້ຈຶ່ງມີວັກຊິນ”.
 (ແຫຼ່ງຄັດຈາກ VOV)
 


top