ຂ່າວສານ

ຮັບມືກັບໄພທຳມະຊາດໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ

ບັນດາທ້ອງຖິ່ນຕ້ອງຍາດແຍ່ງໂຄງລ່າງທີ່ມີຢູ່ແລ້ວຢ່າງສຸດຂີດ ເພື່ອຫຼຸດຜ່ອນໄພທຳມະຊາດ.
(ກອງປະຊຸມຜັນຂະຫຍາຍໜ້າທີ່ປ້ອງກັນ, ຕ້ານໄພທຳມະຊາດໃນຊຸມເດືອນທ້າຍປີ 2021)

ໃນສະພາບໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປໄປຢ່າງສັບສົນນັ້ນ, ການຮັບມືກັບໄພທຳມະຊາດຕ້ອງຮັບປະກັນຊີວິດອິນຊີໃຫ້ແກ່ປະຊາຊົນ, ບໍ່ປະໃຫ້ໂລກລະບາດແຜ່ລະບາດເມື່ອຕ້ອງປະຕິບັດການຍົກຍ້າຍປະຊາຊົນ. ນັ້ນແມ່ນຄຳຮຽກຮ້ອງຂອງທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ຫງວຽນຮ່ວາງຮຽບ ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ປ້ອງກັນ, ຕ້ານໄພທຳມະຊາດໃນຊຸມເດືອນທ້າຍປີ 2021.

        ທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບ ເນັ້ນໜັກວ່າ, ບັນດາທ້ອງຖິ່ນຕ້ອງຍາດແຍ່ງໂຄງລ່າງທີ່ມີຢູ່ແລ້ວຢ່າງສຸດຂີດ ເພື່ອຫຼຸດຜ່ອນໄພທຳມະຊາດ.

        “ສິ່ງທ້າທາຍຢ່າງໃຫຍ່ຫຼວງທີ່ສຸດຕໍ່ວຽກງານປ້ອງກັນ, ຕ້ານໄພທຳມະຊາດປີ 2021 ນີ້ແມ່ນໂລກລະບາດໂຄວິດ-19. ເມື່ອຍົກຍ້າຍປະຊາຊົນຢູ່ທ້ອງຖິ່ນຕ່າງໆ ຕ້ອງກຳນົດຢ່າງຊັດເຈນນັບແຕ່ມື້ນີ້ວ່າ ສະຖານທີ່ໃດສາມາດຍົກຍ້າຍປະຊາຊົນໄປໄດ້ ຫາກບໍ່ໄດ້ເຕົ້າໂຮມຫຼາຍຄົນເກີນໄປ, ຕ້ອງມີແຜນການປ້ອງກັນ, ຕ້ານການແຜ່ລະບາດຂອງໂລກລະບາດໂຄວິດ-19 ເມື່ອປະຕິບັດການຍົກຍ້າຍປະຊາຊົນ. ສະເໜີໃຫ້ກົມໃຫຍ່ອຸຕຸນິຍົມອຸທົກກະສາດແຫ່ງຊາດຕ້ອງພະຍາກອນອາກາດຢູ່ໃນລະດັບຊັດເຈນທີ່ສຸດເທົ່າທີ່ຈະສາມາດເຮັດໄດ້, ຜ່ານນັ້ນກໍ່ຍົກອອກບັນດາຄຳກ່າວເຕືອນ ແລະ ຈຳກັດການຍົກຍ້າຍປະຊາຊົນໃຫ້ໜ້ອຍສຸດເມື່ອຍັງບໍ່ທັນມີຄວາມຈຳເປັນແທ້”.

(ແຫຼ່ງຄັດຈາກ VOV)


top