ຂ່າວສານ

ຮັບປະກັນອະທິປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ ແມ່ນປົກປັກຮັກສາອະທິປະໄຕຂອງປະເທດຊາດ

      ອະທິປະໄຕໃນເຄືອຂ່າຍອິນເຕີເນັດ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງອະທິປະໄຕແຫ່ງຊາດ ແລະ ການຮັບປະກັນອະທິປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ ຕົ້ນຕໍກໍແມ່ນການປົກປັກຮັກສາອະທິປະໄຕຂອງປະເທດຊາດ.
ກອງປະຊຸມສຳມະນາລະດັບຊາດດ້ວຍຫົວຂໍ້ “ຮັບປະກັນອະທິປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ” (ພາບ: TTXVN)
      ຕອນເຊົ້າວັນທີ 08 ທັນວາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາລະດັບຊາດດ້ວຍຫົວຂໍ້ “ຮັບປະກັນອະທິປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ຫງວຽນຈ້ອງເຫງັຍ ຢັ້ງຢືນວ່າ ອະທິປະໄຕໃນເຄືອຂ່າຍອິນເຕີເນັດ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງອະທິປະໄຕແຫ່ງຊາດ ແລະ ການຮັບປະກັນອະທິປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ ຕົ້ນຕໍກໍແມ່ນການປົກປັກຮັກສາອະທິປະໄຕຂອງປະເທດຊາດ.
        ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວັນແທັ່ງ, ຮອງປະທານສະເພາະກິດສະພາທິດສະດີສູນກາງພັກ ຖືວ່າ ເພື່ອຍົກສູງປະສິດທິພາບຂອງການຄຸ້ມຄອງລັດກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ຮັບປະກັນອະທິປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ, ພວກເຮົາຕ້ອງປະຕິບັດດັ່ງນີ້:
        ທີໜຶ່ງແມ່ນຕ້ອງປັບປຸງ ແລະ ຍົກສູງກຳລັງຄວາມສາມາດຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ຂໍ້ມູນທາງອິນເຕີເນັດແຫ່ງຊາດໃຫ້ແກ່ບັນດາອົງການ, ຂະແໜງການ ແລະ ທ້ອງຖິ່ນໃຫ້ສົມບູນແບບ; ບັນດາກິດຈະກຳພື້ນຖານໂຄງລ່າງຈຸດສຸມຕ້ອງເຊື່ອມຕໍ່ອິນເຕີເນັດ ແລະ ບັນດາກຸ່ມບໍລິສັດເສດຖະກິດສຳຄັນ. ທີສອງແມ່ນຄົ້ນຄວ້າ, ກໍ່ສ້າງ ປະມວນດັດຊະນີກຳນົດການບໍລິຫານເຄືອຂ່າຍອິນເຕີເນັດ ທີ່ກ່ຽວຂ້ອງເຖິງອະທິປະໄຕທາງເຄືອຂ່າຍອິນເຕີເນັດ ໃຫ້ສອດຄອ່ງກັບຂໍ້ກຳນົດຂອງສາກົນ. ພ້ອມທັງຕ້ອງສ້າງກຳລັງສະເພາະກິດທີ່ມີກຳລັງຄວາມສາມາດຢ່າງພຽງພໍ, ເປັນເຈົ້າການຮັບມືກັບຄວາມສ່ຽງ, ກໍລະນີທີ່ຈະເກີດຂຶ້ນໃນເຄືອຂ່າຍອິນເຕີເນັດ.”
        ໃນກອງປະຊຸມສຳມະນາ, ບັນດາຜູ້ແທນຍັງໄດ້ໄຈ້ແຍກກ່ຽວກັບກາລະໂອກາດ, ຄວາມສະດວກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍສຳລັບໜ້າທີ່ປົກປັກຮັກສາອະທິປະໄຕແຫ່ງຊາດໃນເຄືອຂ່າຍອິນເຕີເນັດ ໃນສະພາບຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
(ແຫຼ່ງຄັດຈາກ VOV)


top