ຂ່າວສານ

ຮັບປະກັນສະຫວັດດີການສັງຄົມ: ຈຸດເດັ່ນຂອງຫວຽດນາມໃນ ປີ 2021

ສະຫວັດດີການສັງຄົມ ແມ່ນຫນຶ່ງໃນບັນດາເສົາຄ້ຳພື້ນຖານຂອງລະບົບນະໂຍບາຍສັງຄົມຢູ່ ຫວຽດນາມ. ໃນປີ 2021, ຫວຽດນາມໄດ້ປະກາດໃຊ້ຫລາຍນະໂຍບາຍສະຫວັດດີການສັງຄົມແບບບໍ່ເຄີຍມີມາກ່ອນ, ຜັນຂະຫຍາຍບັນດາມາດຕະການຫນູນຊ່ວຍຢ່າງຮີບດ່ວນເພື່ອຊ່ວຍເຫລືອປະຊາຊົນ ແລະ ວິສາຫະກິດ ຫລຸດຜ່ອນຄວາມຫຍຸ້ງຍາກຍ້ອນໂຄວິດ 19. ສະນັ້ນ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດຊາດ, ຮັບປະກັນສິດທິມະນຸດ.

ມອບຂອງຂວັນໃຫ້ບັນດາຄອບຄົວໃນເຂດແຍກຫ່າງຢູ່ ນະຄອນໂຮ່ຈິມີນ: ພາບ:Thanhuytphcm.vn

ໃນສະພາບເກີດໂລກລະບາດໂຄວິດ 19, ລັດຖະບານ ຫວຽດນາມໄດ້ປະກາດ 3 ບ້ວງເງິນນະໂຍບາຍກ້ອນໃຫຍ່ເພື່ອຮັບປະກັນຊີວິດສັງຄົມ. ມີຫລາຍນະໂຍບາຍຍັງບໍ່ທັນມີມາກ່ອນ ແລະ ບັນດາມາດຕະການແກ້ໄຂໃນສະພາບການພິເສດທີ່ສຸດເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຢ່າງທັນການ.

ທັນການ, ມີປະສິດທິຜົນ

ຕາມການສະຖິຕິຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ປີ 2021 ມີກວ່າ 740.000 ເທື່ອຄົນທີ່ນຳໃຊ້ແຮງງານ ແລະ ປະຊາຊົນກວ່າ 42,8 ລ້ານເທື່ອຄົນ ໄດ້ຊົມໃຊ້ບັນດານະໂຍບາຍສະຫວັດດີການສັງຄົມ. ຍອດງົບປະມານແມ່ນເກືອບ 71,5 ພັນຕື້ດົ່ງ. ບັນດານະໂຍບາຍຫນູນຊ່ວຍແມ່ນມຸ່ງເຖິງ 3 ໝວດໃຫຍ່: ໝວດນະໂຍບາຍກ່ຽວກັບປະກັນໄພ, ໝວດນະໂຍບາຍຫນູນຊ່ວຍດ້ວຍເງິນສົດ ແລະ ໝວດນະໂຍບາຍໃຫ້ກູ້ຢຶມທຶນ.

ພິເສດ ມະຕິເລກທີ 116 ຂອງລັດຖະບານ ວ່າດ້ວຍນະໂຍບາຍຫນູນຊ່ວຍແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ແມ່ນຫັກມາຈາກກອງທຶນປະກັນໄພວ່າງງານ ແມ່ນນະໂຍບາຍຍັງບໍ່ເຄີຍມີມາກ່ອນ. ນອກຈາກການປະຕິບັດບັນດານະໂຍບາຍຫນູນຊ່ວຍຕາມບັນດາມະຕິຂອງລັດຖະບານແລ້ວ, ມີບາງນະໂຍບາຍສະຫວັດດີການສັງຄົມອື່ນກໍ່ໄດ້ ຜັນຂະຫຍາຍໃນປີ 2021. ກອງທຶນປົກປ້ອງເດັກ ຫວຽດນາມ ໄດ້ສົມທົບກັບ 46 ແຂວງ, ນະຄອນ ຫນູນຊ່ວຍເກືອບ 15 ຕື້ດົ່ງ ໃຫ້ແກ່ເດັກກວ່າ 4000 ຄົນ ທີ່ເປັນເດັກກຳພ້າທີ່ພໍ່, ແມ່ຖືກເສຍຊີວິດຍ້ອນໂຄວິດ 19  ແລະ ເດັກເກີດໃຫມ່ແມ່ຖືກຕິດໂຄວິດ.

ນອກນັ້ນ ຫວຽດນາມຍັງຜັນຂະຫຍາຍບັນດາມາດຕະການມີໄຫວພິບຢ່າງທັນການ ເພື່ອແນໃສ່ຮັບປະກັນສິດຜົນປະໂຫຍດໃຫ້ຜູ້ເຂົ້າຮ່ວມການປະກັນສັງຄົມ,ປະກັນສຸຂະພາບ ແລະ ຄວາມປອດໄພໃນການປ້ອງກັນຕ້ານໂລກລະບາດໂຄວິດ 19 ໃຫ້ດີສຸດ.

ຟື້ນຟູຕະຫລາດແຮງງານ

ຫນຶ່ງໃນບັນດາປັດໄຈຮັບປະກັນສະຫວັດດີການສັງຄົມ ແມ່ນເບິ່ງແຍງດູແລໃຫ້ຄົນງານ, ຫນູນຊ່ວຍ ແລະ ຟື້ນຟູຕະຫລາດແຮງງານ. ໃນປີ 2021, ຫວຽດນາມໄດ້ປະກາດໃຊ້ໂຄງການຫນູນຊ່ວຍຟື້ນຟູ ແລະ ພັດທະນາຕະຫລາດແຮງງານ. ເປົ້າໝາຍ ແມ່ນຮັກສາອັດຕາຜູ້ວ່າງງານຢູ່ເຂດຕົວເມືອງໃຫ້ຢູ່ໃນລະດັບຕ່ຳກວ່າ 4%, ອັດຕາຜູ້ບໍ່ມີວຽກເຮັດງານທຳຢູ່ເຂດຊົນນະບົດແມ່ນຕ່ຳກວ່າ 2%. ໂຄງການຫນູນຊ່ວຍຄົນງານທີ່ເຮັດວຽກຢູ່ບັນດາວິສາຫະກິດ ຂຶ້ນກັບເຂດເສດຖະກິດຈຸດສຸມ, ບັນດາທ້ອງຖິ່ນມີເຂດເສດຖະກິດ, ເຂດອຸດສາຫະກຳ, ເຂດເຕັກໂນໂລຊີສູງມີຄວາມອຸ່ນອ່ຽນໃຈເຮັດວຽກ, ເຂົ້າຮ່ວມການຟື້ນຟູການຜະລິດດຳເນີນທຸລະກິດ, ພິເສດແມ່ນຫນູນຊ່ວຍເພື່ອດຶງດູດຄົນງານຢູ່ຕ່າງແຂວງກັບຄືນມາເຮັດວຽກ.

ເພື່ອສ້າງວຽກເຮັດງານທຳໃຫ້ໄດ້, ມີລາຍຮັບເປັນປົກກະຕິ ກໍ່ຄືບຳລຸງສ້າງ, ຍົກສູງຄຸນນະພາບແຮງງານ, ໂຄງການຫນູນຊ່ວຍການຟື້ນຟູ ແລະ ພັດທະນາຕະຫລາດແຮງງານ ຍັງຫນູນຊ່ວຍກໍ່ສ້າງ, ພັດທະນາບັນດາຮູບແບບຜະລິດຢ່າງປອດໄພ, ພ້ອມທັງສ້າງລະບົບຂໍ້ມູນຂ່າວສານ ຢ່າງທັນການເພື່ອຮັບໃຊ້ການເຊື່ອມຕໍ່ລະຫວ່າງ ການສະຫນອງ ແລະ ຄວາມຕ້ອງການຄົນງານ.

ຫນຶ່ງໃນຈຳນວນ 6 ຫນ້າທີ່ຕົ້ນຕໍວາງອອກ, ໃນນັ້ນ ມີການຄົ້ນຄ້ວາກໍ່ສ້າງ ແລະຈັດຕັ້ງການຜັນຂະຫຍາຍບັນດານະໂຍບາຍຫນູນຊ່ວຍຄົນງານ, ຮັບປະກັນສະຫວັດດີການສັງຄົມ, ດຶງດູດຄົນງານກັບຄືນມາເຮັດວຽກ, ແນະນຳຜູ້ນຳໃຊ້ແຮງງານກ່ຽວກັບບັນດາກົນໄກກູ້ຢືມທຶນເພື່ອເບີກຈ່າຍເງິນເດືອນ, ຫນູນຊ່ວຍໃຫ້ກູ້ຢຶມທຶນເພື່ອສ້າງວຽກເຮັດງານທຳຈາກກອງທຶນແຫ່ງຊາດກ່ຽວກັບວຽກເຮັດງານທຳ, ຫນູນຊ່ວຍສົ່ງຄົນງານຫວຽດນາມ ໄປເຮັດວຽກຢູ່ ຕ່າງປະເທດ, ສຶກສາບຳລຸງສ້າງໂດຍກົງໃຫ້ຜູ້ອອກແຮງງານຢູ່ທ້ອງຖິ່ນໃຫ້ເໝາະສົມກັບການຜັນແປຂອງໂລກລະບາດ, ເພີ່ມເຕີມແຫລ່ງທຶນເຂົ້າໃນກອງທຶນແຫ່ງຊາດກ່ຽວກັບວຽກເຮັດງານທຳ.

         ບັນດາຜົນງານດ້ານສະຫວັດດີການສັງຄົມປີ 2021 ແມ່ນສະແດງໃຫ້ເຫັນສິດຜົນປະໂຫຍດຮັບປະກັນຊີວິດສັງຄົມຂອງປະຊາຊົນ ແມ່ນໄດ້ສືບຕໍ່ຮັບຄວາມເອົາໃຈໃສ່ໄດ້ດີກວ່າໃນໄລຍະເກີດໂລກລະບາດໂຄວິດ 19, ປະກອບສ່ວນຮັບປະກັນຫນຶ່ງໃນບັນດາສິດທິມະນຸດພື້ນຖານ, ແລະ ໄດ້ຈັດເຂົ້າໃນກຸ່ມສິດເສດຖະກິດ, ສັງຄົມ, ວັດທະນະທຳ ໃນຖະແຫລງການທົ່ວໂລກກ່ຽວກັບສິດທິມະນຸດ(UDHR) ຂອງປີ 1948.

(ແຫຼ່ງຄັດຈາກ VOV)


top