ຂ່າວສານ

ຮັບປະກັນຜົນປະໂຫຍດຂອງ ຫວຽດນາມ ໃຫ້ໄດ້ຢູ່ໃນລະດັບສູງສຸດ ເມື່ອປະຕິບັດສັນຍາ EVIPA

ເລື່ອງສ້າງມະຕິ ຄວນຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຮັບປະກັນຜົນປະໂຫຍດຂອງ ຫວຽດນາມ ເມື່ອປະຕິບັດໃຫ້ໄດ້ຢ່າງສຸດຂີດ, ຫຼີກລ້ຽງການເປີດກ້ວາງຄຳໝັ້ນສັນຍາໃຫ້ບັນດາເປົ້າໝາຍທີ່ບໍ່ຂຶ້ນກັບຂອບເຂດການດັດປັບຂອງສັນຍາ.

 ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ (ພາບ: TTXVN)

ຕອນບ່າຍວັນທີ 22 ພຶດສະພາ, ທີ່ຮ່າໂນ້ຍ, ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໄດ້ຈັດຕັ້ງກອງປະຊຸມຄະນະປະຈຳເປີດກ້ວາງ ເພື່ອສືບສວນໃບສະເໜີຂອງລັດຖະບານສຳລັບຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກຮັບຮອງ ແລະ ອະນຸຍາດໃຫ້ປະຕິບັດຢູ່ ຫວຽດນາມ ກ່ຽວກັບຄຳຕັດສິນຂອງອົງການແກ້ໄຂການຂັດແຍ້ງການລົງທຶນຕາມສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ) ແລະ ບັນດາປະເທດສະມາຊິກ ອີຢູ (ສັນຍາ EVIPA).

        ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ຢືນຢັນວ່າ ເລື່ອງສ້າງມະຕິ ຄວນຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຮັບປະກັນຜົນປະໂຫຍດຂອງ ຫວຽດນາມ ເມື່ອປະຕິບັດໃຫ້ໄດ້ຢ່າງສຸດຂີດ, ຫຼີກລ້ຽງການເປີດກ້ວາງຄຳໝັ້ນສັນຍາໃຫ້ບັນດາເປົ້າໝາຍທີ່ບໍ່ຂຶ້ນກັບຂອບເຂດການດັດປັບຂອງສັນຍາ.

(ແຫຼ່ງຄັດຈາກ VOV)


top