ຂ່າວສານ

ຮັບປະກັນຊີວິດສັງຄົມໃຫ້ແກ່ຄົນພິການ

ປີ 2023, ຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ ໄດ້ວາງອອກບາງໜ້າທີ່ຈຸດສຸມ, ໃນນັ້ນ, ສຸມໃສ່ຄົ້ນຄວ້າ, ປັບປຸງບັນດາຂໍ້ກຳນົດກ່ຽວຂ້ອງເຖິງຄົນພິການ.
  ກອງປະຊຸມສະຫຼຸບວຽກງານກ່ຽວກັບຄົນພິການປີ 2022 ແລະ ທິດທາງ, ໜ້າທີ່ໃຫ້ປີ 2023 (ພາບ: TTXVN)  

ປີ 2022, ວຽກງານຮັບປະກັນຊີວິດສັງຄົມຕາມລັດຖະທຳມະນູນ, ໃນນັ້ນມີວຽກງານຮັບປະກັນຊີວິດສັງຄົມໃຫ້ແກ່ຄົນພິການໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ຄົບຊຸດ, ເປັນເຈົ້າການ. ນີ້ແມ່ນຂໍ້ມູນໂດຍຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ ຫວຽດນາມ ຍົກອອກມາທີ່ກອງປະຊຸມສະຫຼຸບວຽກງານກ່ຽວກັບຄົນພິການປີ 2022  ແລະ ທິດທາງ, ໜ້າທີ່ໃຫ້ປີ 2023, ເຊິ່ງຈັດຂຶ້ນໃນວັນທີ 29 ທັນວາ, ຢູ່ ຮ່າໂນ້ຍ. ທ່ານນາງ ຟ້າມທິຫາຍຮ່າ, ຮອງຫົວໜ້າກົມອຸປະກະລະສັງຄົມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ໃຫ້ຮູ້ວ່າ:

“ກ່ຽວກັບການໜູນຊ່ວຍການດຳລົງຊີວິດ, ປົວແປງເງື່ອນໄຂດຳເນີນຊີວິດໃຫ້ແກ່ຄົນພິການ, ຄຽງຂ້າງແຫຼ່ງກຳລັງຈາກງົບປະມານແຫ່ງລັດແລ້ວ, ບັນດາອົງການຈັດຕັ້ງຄົນພິການໄດ້ຕັ້ງໜ້າລະດົມແຫຼ່ງກຳລັງຈາກສັງຄົມ ເພື່ອປົວແປງຊີວິດການເປັນຢູ່ ແລະ ເງື່ອນໄຂດຳເນີນຊີວິດໃຫ້ແກ່ຄົນພິການ. ໃນນັ້ນ, ສະມາຄົມອຸປະກະລະສັງຄົມ ແລະ ເດັກກຳພ້າ ຫວຽດນາມ ຂົນຂວາຍໄດ້ເງິນຈຳນວນ 559 ຕື້ດົ່ງ; ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອສິນ ຫວຽດນາມ ແລະ ບັນດາສະມາຄົມສະມາຊິກຂົນຂວາຍການອຸປະຖຳໄດ້ເງິນຈຳນວນ 555 ຕື້ດົ່ງ…”

ປີ 2023, ຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ ໄດ້ວາງອອກບາງໜ້າທີ່ຈຸດສຸມ, ໃນນັ້ນ, ສຸມໃສ່ຄົ້ນຄວ້າ, ປັບປຸງບັນດາຂໍ້ກຳນົດກ່ຽວຂ້ອງເຖິງຄົນພິການ ເພື່ອຮັບປະກັນລັກສະນະເປັນໄປໄດ້ ແລະ ສອດຄ່ອງກັບສະພາບການຕົວຈິງ.


top