ຂ່າວສານ

ຮັບປະກັນຊີວິດສັງຄົມ, ດູແລເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະທີ່ເກີດໂລກລະບາດ Covid – 19

      ວັນທີ 1 ເມສາ, ລັດຖະບານໄດ້ປະກາດບ້ວງເງິນໜູນຊ່ວຍຜູ້ອອກແຮງງານ, ຮັບປະກັນຊີວິດສັງຄົມເພື່ອຮັບມືກັບບັນດາຜົນກະທົບຫຍໍ້ທໍ້ຂອງໂລກລະບາດ Covid – 19. 

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມຄະນະປະຈຳລັດຖະບານປະຈຳເດືອນມີນາ  (ພາບ: VGP)
      ທ່ານດ່າວງອັກຢຸງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມໃຫ້ຮູ້ວ່າຄາດຄະເນວ່າຈະມີເປົ້າໝາຍນະໂຍບາຍແລະຜູ້ອອກແຮງງານເກືອບ 20 ລ້ານຄົນໄດ້ຮັບເງິນຈາກບ້ວງເງິນໜູນຊ່ວຍເຊິ່ງຄາດວ່າຈະປະມານ 61.580 ຕື້ດົ່ງ.
        ບ້ວງເງິນໜູນຊ່ວຍລວມມີ: 6 ເນື້ອໃນໜູນຊ່ວຍໂດຍກົງເປັນເງິນສົດຫຼືຜ່ານທະນາຄານນະໂຍບາຍເພື່ອໃຫ້ວິສາຫະກິດກູ້ຢືມຈ່າຍເງິນເດືອນໃຫ້ແກ່ຜູ້ອອກແຮງງານ, 2 ນະໂຍບາຍໜູນຊ່ວຍພິເສດກ່ຽວຂ້ອງເຖິງການແກ່ຍາວເວລາຈ່າຍຄ່າປະກັນໄພສັງຄົມ, ການແກ່ຍາວເວລາ, ຍົກເວັ້ນການຈ່າຍປະກັນໄພວ່າງງານ. ກ່ອນໜ້ານັ້ນ, ທີ່ກອງປະຊຸມຄະນະປະຈຳລັດຖະບານໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການປະກັນຊີວິດສັງຄົມໃນໄລຍະເກີດໂລກລະບາດ Covid – 19, ໃນວັນທີ 31 ມີນາ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເນັ້ນໜັກວ່າ:
ຕ້ອງຮັບປະກັນໃຫ້ໄດ້ 4 ຫຼັກການໃນການໜູນຊ່ວຍທີ 1 ແມ່ນໜູນຊ່ວຍບັນດາເປົ້າໝາຍທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດ Covid – 19 ເຮັດໃຫ້ລາຍຮັບຫຼຸດລົງຢ່າງແຮງວ່າງງານຂາດວຽກເຮັດງານທຳບໍ່ຮັບປະກັນໄດ້ການດຳລົງຊີວິດຂັ້ນຕ່ຳສຸດທີ 2 ແມ່ນໜູນຊ່ວຍຕາມຫຼັກການແບ່ງປັນທັງຜູ້ອອກແຮງງານປະຊາຊົນວິສາຫະກິດລ້ວນແຕ່ໄດ້ຮັບຜົນສະທ້ອນແລະລັດກໍ່ແບ່ງປັນເພື່ອຮັບປະກັນຄ່າຄອງຊີບພື້ນຖານຂັ້ນຕ່ຳສຸດຫຼັກການທີ 3 ແມ່ນອຳນາດການປົກຄອງຂັ້ນຮາກຖານອົງການຄຸ້ມຄອງລັດອົງການທີ່ມີໜ້າທີ່ກ່ຽວຂ້ອງມີຄວາມຮັບຜິດຊອບໃນການກຳນົດເປົ້າໝາຍໄດ້ຮັບການໜູນຊ່ວຍຢ່າງຖືກຕ້ອງຮັບປະກັນຄວາມເປີດເຜີຍໂປ່ງໃສບໍ່ໃຫ້ເກີດປະກົດການຫຍໍ້ທໍ້ອີກຫຼັກການໜຶ່ງແມ່ນວິສາຫະກິດມີຄວາມຮັບຜິດຊອບຕໍ່ສັງຄົມແລະປະຊາຊົນຄືຫຼຸດຄ່າໄຟຟ້າຄ່ານ້ຳປະປາຄ່າອິນເຕີແນັດຄ່າໂທລະຄົມມະນາຄົມລົງແລະບັນດາວິສາຫະກິດຕ້ອງມີຄວາມຮັບຜິດຊອບຮັກສາຜູ້ອອກແຮງງານໄວ້.
 (ແຫຼ່ງຄັດຈາກ VOV)


top