ຂ່າວສານ

ຮັບປະກັນຄວາມສະຫງົບດ້ານເສດຖະກິດ, ສ້າງສະພາບແວດລ້ອມປອດໄພເພື່ອພັດທະນາປະເທດຊາດ

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບດ້ານເສດຖະກິດສືບຕໍ່ເປັນເຈົ້າການໃນວຽກງານ, ບໍ່ປະໃຫ້ຢູ່ໃນທ່າຕົກ, ກະທັນຫັນ...

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບດ້ານເສດຖະກິດສືບຕໍ່ເປັນເຈົ້າການໃນວຽກງານ, ບໍ່ປະໃຫ້ຢູ່ໃນທ່າຕົກ, ກະທັນຫັນ...

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ, ເຮັດວຽກກັບກົມປ້ອງກັນຄວາມສະຫງົບດ້ານເສດຖະກິດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (19/8/1945 – 19/8/2022), ຕອນເຊົ້າວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າບັນດາກຳລັງປະກອບອາວຸດປະຊາຊົນ, ປະທານສະພາປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ, ໄດ້ໄປຢ້ຽມຢາມ, ເຮັດວຽກກັບກົມປ້ອງກັນຄວາມສະຫງົບດ້ານເສດຖະກິດ, ກະຊວງຕຳຫຼວດ ຫວຽດນາມ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບດ້ານເສດຖະກິດສືບຕໍ່ເປັນເຈົ້າການໃນວຽກງານ, ບໍ່ປະໃຫ້ຢູ່ໃນທ່າຕົກ, ກະທັນຫັນ, ປະກອບສ່ວນຮັກສາຄວາມສະຫງົບແຫ່ງຊາດເວົ້າລວມ ແລະ ຄວາມສະຫງົບດ້ານເສດຖະກິດເວົ້າສະເພາະ. ພ້ອມນັ້ນ, ເປັນເຈົ້າການ, ມີໄຫວພິບໃນການເປັນເສນາທິການໃຫ້ແກ່ພັກ, ລັດໃນບັນດາບັນຫາກ່ຽວກັບການຮ່ວມມືເສດຖະກິດສາກົນ, ພິເສດແມ່ນການຜັນຂະຫຍາຍປະຕິບັດບັນດາສັນຍາການຄ້າເສລີ, ການຮ່ວມມືນ້ຳມັນອາຍແກັດຢູ່ທະເລຕາເວັນອອກ, ການດຶງດູດການລົງທຶນສາກົນ.

(ແຫຼ່ງຄັດຈາກ VOV)


top