ຂ່າວສານ

ຮັບປະກັນການປ້ອງກັນ, ຕ້ານເຊື້ອພະຍາດບໍ່ໃຫ້ສົ່ງຜົນສະທ້ອນເຖິງການຜະລິດ, ດຳເນີນທຸລະກິດ, ການດຶງດູດການທ່ອງທ່ຽວ

      ປະຕິບັດການແຍກຕົວຕາມການແນະນຳຂອງກະຊວງສາທາລະນະສຸກ ເພືຶ່ອແນໃສ່ຄວບຄຸມສະພາບການຕິດແປດເຊື້ອພະຍາດ Covid-19 ໃຫ້ເປັນຢ່າງດີ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ
(ພາບປະກອບ: VTC)
      ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງຮັບປະກັນການປ້ອງກັນ, ຕ້ານເຊື້ອພະຍາດ Covid-19, ພ້ອມທັງຫຼີກລ້ຽງບໍ່ໃຫ້ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ການດຶງດູດການທ່ອງທ່ຽວ.
          ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສືບຕໍ່ປະຕິບັດບັນດາຄຳສັ່ງ, ໂທລະເລກທາງການ ແລະ ເອກະສານຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢ່າງເຂັ້ມງວດ, ປະຕິບັດການແຍກຕົວຕາມການແນະນຳຂອງກະຊວງສາທາລະນະສຸກ ເພືຶ່ອແນໃສ່ຄວບຄຸມສະພາບການຕິດແປດເຊື້ອພະຍາດ Covid-19 ໃຫ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

top