ຂ່າວສານ

ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແບບ​ຍິງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້ຫຼາຍກວ່າ​ອີກ

ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສ້າງແຜນການຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍເກືອບ 30 ຢ່າງເພື່ອສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022”.

ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສ້າງແຜນການຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍເກືອບ 30 ຢ່າງເພື່ອສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022”. 

    

ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານ ຈັນທະພອນ ຄຳມະນີຈັນ ອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ (ພາບ: qdnd.vn)

ຕອນເຊົ້າວັນທີ 5 ເມສາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຈັນທະພອນ ຄຳມະນີຈັນ ອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ. ທ່ານພົນໂທ ຮວ່າງຊວັນຈ໊ຽນ ຢັ້ງຢືນວ່າ ປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນ, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 60 ປີ ແຫ່ງ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຄົບຮອບ 45 ປີ. ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສ້າງແຜນການຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍເກືອບ 30 ຢ່າງເພື່ອສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022”. ທ່ານພົນໂທ ຮວ່າງຊວັນຈ໊ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຜັນຂະຫຍາຍເນື້ອໃນຕ່າງໆໃນແຜນການຮ່ວມມືປີ 2022 ໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນລະຫວ່າງທະຫານເຂດຕ່າງໆ, ເຫຼົ່າທັບ, ທະຫານປ້ອງກັນຊາຍແດນ ໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດຊາຍແດນ; ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ຊາວອົບພະຍົບຜິດກົດໝາຍ; ພ້ອມແລ້ວທີ່ຈະສົມທົບກັນຮັບມືກັບໄພພິບັດທຳມະຊາດ, ໂລກລະບາດ ແລະ ບັນດາບັນຫາປ້ອງກັນຄວາມສະຫງົບແບບໃໝ່; ການຮ່ວມມືບຳລຸງສ້າງຢ່າງມີປະສິດທິດຜົນ. ກະຊວງປ້ອງກັນປະເທດ ຫວຽດນາມ ເອົາໃຈໃສ່ທີ່ສຸດ ແລະ ຢາກຊຸກຍູ້ບັນດາການເຄື່ອນໄຫວລວມລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ, ລວມມີການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ແລະ ຝຶກຊ້ອມການກູ້ໄພກູ້ຊີບລະຫວ່າງກອງທັບສາມປະເທດ, ຜ່ານນັ້ນປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງສາມປະເທດເວົ້າລວມ ແລະ ກອງທັບສາມປະເທດເວົ້າສະເພາະ.

(ແຫຼ່ງຄັດຈາກ VOV)


top