ຂ່າວສານ

ຮັດ​ແໜ້ນ​ສາຍ​ພົວ​ພັນ​ຮ່ວມ​ມືລະຫວ່າງຕໍາຫຼວດ ຫວຽດ​ນາມ-ລາວ

ຕອນບ່າຍວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ທ່ານໂຕເລີ່ມ, ລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມ ແລະ ທ່ານວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເປັນປະທານຮ່ວມກອງປະຊຸມສະຫຼຸບການປະຕິບັດແຜນການຮ່ວມມືປີ 2022; ລົງນາມແຜນການຮ່ວມມືປີ 2023 ລະຫວ່າງສອງກະຊວງ.
  ທ່ານໂຕເລີ່ມ ແລະ ທ່ານວິໄລ ຫຼ້າຄຳຟອງ ເຊັນແຜນການຮ່ວມມືປີ 2023 ລະຫວ່າງສອງກະຊວງ (ພາບ: TTXVN))  

ຕາມນັ້ນ, ປີ 2023, ສອງຝ່າຍເປັນເອກະສັນກັນສືບຕໍ່ຊຸກຍູ້ ການປະຕິບັດບັນດາ ຂໍ້ຕົກລົງ, ຂໍ້ຜູກພັນໃນສັນຍາສາກົນທີ່ສອງຝ່າຍກໍ່ເປັນສະມາຊິກຢ່າງມີປະສິດທິຜົນ; ສືບຕໍ່ຊີ້ນຳຕຳຫຼວດບັນດາກົມກອງ, ທ້ອງຖິ່ນສອງຝ່າຍຜັນຂະຫຍາຍປະຕິບັດຂໍ້ຕົກລົງ ຂອງລັດຖະບານສອງປະເທດຢູ່ຂົງເຂດຊາຍແດນ, ເພື່ອຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື, ພັດທະນາ. ພ້ອມກັນນັ້ນ, ສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຂໍ້ມູນ, ພິເສດແມ່ນສະພາບການໂລກ, ແລະພາກພື້ນທີ່ສົ່ງຜົນກະທົບຕໍ່ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດ, ການເຄື່ອນໄຫວຂອງບັນດາເປົ້າໝາຍກໍ່ການຮ້າຍ, ອາດຊະຍາກຳ ຢາເສບຕິດ, ການຕາມລ້າ, ບັນຫາການເຂົ້າເມືອງ, ພັກອາໄສ, ອົບພະຍົບຜິດກົດໝາຍ...; ສົມທົບ, ປ້ອງກັນ ແລະ ຕ້ານການກະທົບທີ່ບໍ່ດີບັນດາການນາບຂູ່ ຕໍ່ຄວາມສະຫງົບແບບໃໝ່ທີ່ສົ່ງຜົນກະທົບເຖີງການຮ່ວມມື; ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ ແລະ ຕ້ານການ “ຜັນແປໂດຍສັນຕິ”, ຄົ້ນຄວ້າສ້າງແຜນຈັດຕັ້ງເຄື່ອນໄຫວຝຶກຊ້ອມຕ້ານການກໍ່ການຮ້າຍ.

ຢູ່ທີ່ກອງປະຊຸມ, ທ່ານໂຕເລີ່ມ, ລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມ ແລະ ທ່ານວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ລົງນາມແຜນການຮ່ວມມືປີ 2023.


top