ຂ່າວສານ

ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ ອະ​ນຸ​ຊົນ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ງານມະໂຫລານແມ່ນໂອກາດເພື່ອໃຫ້, ອະນຸຊົນສາມປະເທດເພີ່ມທະວີການພົວພັນແລກປ່ຽນ, ຮຽນຮູ້ເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນສຶກສາອົບຮົບພວກນ້ອງນ້ອຍກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ.

ງານມະໂຫລານແມ່ນໂອກາດເພື່ອໃຫ້, ອະນຸຊົນສາມປະເທດເພີ່ມທະວີການພົວພັນແລກປ່ຽນ, ຮຽນຮູ້ເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນສຶກສາອົບຮົບພວກນ້ອງນ້ອຍກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ.

    

ຄະນະຜູ້ແທນບັນດາປະເທດ ຮັບດອກໄມ້ທີ່ລະນຶກ

ວັນທີ 10 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນໄດ້ຈັດຕັ້ງພິທີໄຂງານມະໂຫລານ ອະນຸຊົນສາມປະເທດຫວຽດນາມ - ລາວ - ກຳປູເຈຍ ປີ 2022 ດ້ວຍຫົວຂໍ້ “ອ້ອມແຂນເພື່ອນມິດ” ດ້ວຍການເຂົ້າຮ່ວມຂອງນ້ອງນ້ອຍ 185 ຄົນ ແລະ ພະນັກງານຮັກຜິດຊອບ 34 ຄົນທີ່ມາຈາກ 3 ປະເທດ. ນີ້ແມ່ນການເຄື່ອນໄຫວແທດຈິງ ສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 - 5/9/2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ ລາວ (18/7/1977 - 18/7/2022); ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ(24/6/1967 - 24/6/2022). 

ງານມະໂຫລານແມ່ນໂອກາດເພື່ອໃຫ້, ອະນຸຊົນສາມປະເທດເພີ່ມທະວີການພົວພັນແລກປ່ຽນ, ຮຽນຮູ້ເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນສຶກສາອົບຮົບພວກນ້ອງນ້ອຍກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ. ຈາກນັ້ນ, ຢັ້ງຢືນການຕັດສິນໃຈ, ຄວາມຮັບຜິດຊອບ ແລະ ເສີມຂະຫຍາຍບົດບາດປະຈັນບານຂອງລຸ້ນໜຸ່ມ ຫວຽດນາມ, ລາວ, ກຳປູເຈຍ ຕື່ມອີກ ໃນການຮັກສາເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ແໜ້ນແຟ້ນກ່ວາອີກ.

(ແຫຼ່ງຄັດຈາກ VOV)


top