ຂ່າວສານ

ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສະໂລວີເນຍ

ຕອນບ່າຍວັນທີ 23 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາບັນຫາເອີລົບ ສະໂລວີເນຍ Tanja Fajon ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຢູ່ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບ ສະໂລວີເນຍ; ສະເໜີວ່າ ສະໂລວີເນຍ ສ້າງເງື່ອນໄຂສະດວກກວ່າເພື່ອໃຫ້ບັນດາຜະລິດຕະພັນທີ່ມີທ່າແຮງຂອງຫວຽດນາມໄດ້ເຂົ້າເຖິງຕະຫຼາດສະໂລເວເນຍ ແລະ ສະຫະພາບເອີລົບ

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະທ່ານນາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະໂລວີເນຍ

(ອີຢູ). ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ສະໂລເວນີ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - EU (EVIPA)ໂດຍໄວ; ຊຸກຍູ້ຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳຫວຽດນາມ ໂດຍໄວ.

ກ່ອນໜ້ານັ້ນ, ທີ່ການພົບປະໃນຕອນເຊົ້າວັນທີ 23 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບສາທາລະນະລັດ ສະໂລວີເນຍ. ທ່ານນາງຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະໂລວີເນຍ Tanja Fajon ກໍ່ເນັ້ນໜັກວ່າ ສະໂລວີເນຍ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ, ຄູ່ຮ່ວມມືສຳຄັນແຖວໜ້າຂອງ ສະໂລວີເນຍ ຢູ່ ອາຊີຕາເວັນອອກສ່ຽງໃຕ້.

ລັດຖະມົນຕີ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ແລະ ເຫັນດີເປັນເອກະພາບບັນດາມາດຕະການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ມີທ່າແຮງໃນໄລຍະຈະມາເຖິງ. ໃນດ້ານການເມືອງ, ການດ່າງປະເທດ, 2 ຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການສາກົນ.

ກ່ຽວກັບທະເລຕາເວັນອອກ, 2 ຝ່າຍໄດ້ແບ່ງປັນຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ ປອດໄພ,  ແລະ ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແລະ ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ໃນນັ້ນມີສົນທິສັນຍາ ສ.ປ.ຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ແລະ ທ່ານນາງຮອງນາຍົກລັດຖະມົນຕີ ສະໂລວີເນຍ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາບັນຫາເອີລົບ Tanja Fajon ໄດ້ລົງນາມໃນສັນຍາຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດແລະບັນດາບັນຫາ ເອີລົບ ສະໂລວີເນຍ.


top