ເຫດການ ແລະ ບັນຫາ

ຮັດແໜ້ນການພົວພັນສາມັກຄີ ແບບພິເສດ ລະຫວ່າງ ຫວຽດນາມ - ລາວ

ສະຫາຍ ຫວໍວັນເຖືອງ ປະທານ​ປະ​ເທດ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ ຫວຽດນາມ ໄດ້ສິ້ນສຸດ ການຢ້ຽມຢາມປະເທດ ສປປ ລາວຕາມ​ຄຳ​ເຊີນ​ຂອງ ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ສປປ ລາວ ທອງ​ລຸນ ສີ​ສຸ​ລິດ. ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ພິ​ເສດ​ຫຼາຍ​ຢ່າງ ​ແລະ ສ້າງພະລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ສະຫາຍ ຫວໍວັນເຖືອງ ປະທານ​ປະ​ເທດ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ ຫວຽດນາມ ໄດ້ສິ້ນສຸດ ການຢ້ຽມຢາມປະເທດ ສປປ ລາວຕາມ​ຄຳ​ເຊີນ​ຂອງ ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ສປປ ລາວ ທອງ​ລຸນ ສີ​ສຸ​ລິດ. ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ພິ​ເສດ​ຫຼາຍ​ຢ່າງ ​ແລະ ສ້າງພະລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ທີ່ການພົບປະຂັ້ນສູງ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ: ສະຫາຍ ປະທານປະເທດ ຫວໍວັນເຖືອງ ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ເພື່ອການຢ້ຽມຢາມ ໃນຖານະຕຳແໜ່ງໃໝ່ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງພັກ, ລັດ ຫວຽດນາມ ແລະ ສ່ວນບຸກຄົນ ສະຫາຍ ຫວໍວັນເຖືອງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ສະຫາຍເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ​ໄດ້ສະແດງຄວາມ​ຂອບ​ອົກ​ຂອບ​ໃຈສະຫາຍ ປະທານ​ປະ​ເທດ ຫວໍວັນ​ເຖືອງ ທີ່​ໄດ້​ນຳ​ມາ​ຍັງ​ປະ​ເທດ ລາວ ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ໂອກາດ​ປະຊາຊົນ ລາວທົ່ວທັງຊາດ ກະກຽມຕ້ອນຮັບ​ບຸນ​ປີໃໝ່ ປີ ພສ 2566.
ສະຫາຍ​ປະ​ທານ​ປະ​ເທດ ຫວໍວັນ​ເຖືອງ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນເຂົ້າຮ່ວມພິທີບາສີສູ່ຂວັນເພື່ອອະທິຖານຂໍຄວາມໂຊກດີໃນໂອກາດປີໃໝ່ລາວ. ພາບ: ທອງເຍິດ/VNA
ສະຫາຍ​ປະ​ທານ​ປະ​ເທດ ຫວໍວັນ​ເຖືອງ ເຂົ້າຮ່ວມພິທີບາສີສູ່ຂວັນເພື່ອອະທິຖານຂໍຄວາມໂຊກດີໃນໂອກາດປີໃໝ່ລາວ. ພາບ: ທອງເຍິດ/VNA

ການ​ພົວພັນ​ແບບ​ພິ​ເສດ ​ລະຫວ່າງ ​ຫວຽດນາມ ​ແລະ ລາວ ​ເປັນ ​ສາຍ​ພົວພັນແບບພິເສດ “ມີໜຶ່ງບໍ່ມີສອງໃນໂລກ”.

                                                                                                 ປະທານປະເທດ ຫວໍວັນເຖືອງ

 ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ການ​ນຳ​ສອງ​ປະ​ເທດ​ໄດ້​ເປັນ​ສັກຂີ​ພິຍານ​ໃນພິທີ​ລົງ​ນາມ ​ແລະ ​ແລກປ່ຽນເອກະສານ​ຮ່ວມ​ມື 2 ສະບັບ, ​ໃນ​ນັ້ນ​ມີ: ບົດ​ບັນທຶກ​ຊ່ວຍ​ຈຳ​ວ່າດ້ວຍ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ປ່ຽນໃໝ່ປະດິດສ້າງ ລະຫວ່າງ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ແລະ ກະຊວງ ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ແລະ ການສື່ສານ ລາວ; ບົດ​ບັນ​ທຶກ​ຊ່ວຍຈຳວ່າດ້ວຍ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ລະ​ຫວ່າງ​ກະ​ຊວງ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ​ຫວຽດ​ນາມ ແລະ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ລາວ.

ນອກຈາກ​ນັ້ນ, ສະຫາຍ​ປະທານ​ປະ​ເທດ ​ຫວໍວັນເຖືອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ ສະຫາຍ​ນາຍົກລັດຖະມົນຕີ ແລະ ສະຫາຍ ປະທານ​ສະພາ​ແຫ່ງ​ຊາດ ລາວ; ຕ້ອນຮັບສະຫາຍ ປະທານສູນກາງແນວລາວສ້າງຊາດ, ສະຫາຍ ປະທານສູນກາງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ; ຢ້ຽມຢາມບັນດາສະຫາຍ ອະດີດການນຳຂັ້ນສູງຂອງ ລາວ; ເຂົ້າ​ຮ່ວມພິທີບາສີສູ່ຂວັນ, ອະ​ທິ​ຖານ​ຂໍ​ຄວາມ​ໂຊກ​ດີ​ໃນ​ໂອ​ກາດ​ປີ​ໃໝ່ ​ລາວ; ພົບ​ປະ ​ແລະ ​ໂອ້​ລົມ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ​ຫວຽດນາມທີ່ກຳລັງ ອາ​ໄສ​ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ລາວ...


 

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເສີມຂະຫຍາຍມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດ, ພັນທະມິດສູ້ຮົບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

 

 ທີ່​ການ​ພົບ​ປະ, ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັ ນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ລະຫວ່າງ ສອງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​ແມ່ນ​ລະຫວ່າງ​ບັນດາ​ກະຊວງ, ອົງການ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ; ເພີ່ມທະວີການປຶກສາຫາລີ ແລະ ຮັບຟັງຄວາມຄິດເຫັນ ກ່ຽວກັບບັນຫາຍຸດທະສາດ; ຊຸກຍູ້​ການ​ແລກປ່ຽນ​ການ​ຢ້ຽມຢາມ ​ແລະ ການ​ພົວພັນ​ຂັ້ນສູງ ແລະ ​ຂັ້ນຕ່າງໆ; ກວດກາ ​ແລະ ປັບປຸງ​ປະສິດທິ​ຜົນ​ບັນດາ​ກົນ​ໄກ​ຮ່ວມ​ມື. ສອງຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນກັນ ​ຍູ້ແຮງ​ບັນດາ​ເສົາ​ຄ້ຳ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ-ປ້ອງກັນຄວາມ​ສະຫງົບ ​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃໝ່; ສືບ​ຕໍ່​ປະສານ​ສົມທົບ ​ແລະ ຊ່ວຍໜູນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ຂອງ​ແຕ່ລະ​ປະ​ເທດ.

ສະຫາຍ​ປະ​ທານ​ປະ​ເທດ ຫວໍວັນ​ເຖືອງ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານ ໃນການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍ ການຮ່ວມມືດ້ານເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ ລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ. ພາບ: ທອງເຍິດ/VNA

ການ​ນຳ​ສອງ​ປະ​ເທດ​ຢືນຢັນ​ຄືນ​ໃໝ່​ວ່າ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດ​ເພື່ອ​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ; ຖື​ວ່າ​ນີ້​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ, ​ເປັນ​ປັດ​ໄຈ​ອັນ​ສຳຄັນ​ຂອງ​ການ​ປະຕິວັດ​ຂອງ​ແຕ່ລະ​ປະ​ເທດ. 

ໃນ​ສະພາບ​ການ​ທີ່​ໂລກ ​ແລະ ພາກ​ພື້ນ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ການ​ຢ້ຽມຢາມ​ໄດ້​ປະກອບສ່ວນ​ສ້າງ​ກຳລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງສອງ ປະ​ເທດ​ໃນ​ປີ 2023 ​ໃນ​ທຸກ​ຂົງ​ເຂດ​ສຳຄັນ, ນັບ​ແຕ່​ການ​ເມືອງ ​ເຖິງ​ການ​ຕ່າງປະ​ເທດ​ ເຖິງການປ້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ. ການ​ສຶກສາ ​ແລະ ບຳລຸງ​ສ້າງ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ບົນ​ພື້ນຖານ​ການ​ປະຕິບັດ ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ ຂອງສອງພັກ, ສອງລັດ. ຜົນສຳເລັດຂອງການຢ້ຽມຢາມໄດ້ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ./.

ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ


top