ຂ່າວສານ

ຮັກ​ສາ​ອາ​ຊີບ​ຜະ​ລິດ​ເຂົ້າ​ໜົມ​ກູ​ເດີ​ພື້ນ​ເມືອງ​ຢູ່​ແຂວງ ຫ່າ​ຕິ້ງ

ກິ່ນຫອມຂອງຖົ່ວດິນ, ຂີງ ປະສົມກັບນ້ຳຕານອ້ອຍ ໄດ້ສ້າງເປັນລົດຊາດຫອມແຊບ, ເຮັດໃຫ້ລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດບໍ່ອາດລືມເມື່ອໄດ້ກິນເຂົ້າໜົມ ກູເດີ ຫ່າຕິ້ງ. ດ້ວຍລົດຊາດພິເສດສະເພາະ, ເຂົ້າໜົມກູເດີ ໄດ້ຢັງຢືນເຄື່ອງໝາຍການຄ້າໃນແຜນທີ່ອາຫານການກິນແຫ່ງຊາດ, ໄດ້ຮັບການເຊີດຊູໃນ “Top 100 ເຍື່ອງອາຫານ, ຂອງຕ້ອນພິເສດຂອງ ຫວຽດນາມ”.
(ພາບ: ກີມລຽວ)

ແຕ່ລະສ່ວນປະກອບໃນເຂົ້າໜົມກູເດີ ລ້ວນແຕ່ແມ່ນບັນດາຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະ, ສ້າງເປັນລົດຊາດສະເພາະຂອງເຂດດິນແດນ ຫ່າຕິ້ງ: ນ້ຳຕານອ້ອຍ, ຖົ່ວດິນ, ຂີງ, ແຜ່ນເຂົ້າຂຽບ… ເອື້ອຍ ຫງວຽນທິຖາວ, ເຈົ້າຂອງຮາກຖານຜະລິດເຂົ້າໜົມກູເດີ ຢູ່ຕາແສງ ເຮືອງເຊີນ, ຫ່າຕິ້ງ ໃຫ້ຮູ້ວ່າ:

               ຍາມໃດ ພວກຂ້າພະເຈົ້າກໍ່ປະຕິບັດແຕ່ລະຂັ້ນຕອນຢ່າງລະອຽດລະອໍທີ່ສຸດ, ຈາກຂອດຄັດເລືອກວັດຖຸດິບ ຕະຫຼອດຮອດການປຸງແຕ່ງ, ຫຸ້ມຫໍ່…ລ້ວນແຕ່ໄດ້ເຮັດຢ່າງລອບຄອບທີ່ຖ້ວນ, ລະອຽດ. 100% ແມ່ນວັດຖຸດິບເອົາມາຈາກທຳມະຊາດ, ແມ່ນຜະລິດຕະພັນທີ່ໄດ້ຄັດເລືອກດີທີ່ສຸດໃນເຂດດິນແດນ ຫ່າຕິ້ງ. ໃນຂອດປຸງແຕ່ງໃນເບື້ອງຕົ້ນ, ບັນດາວັດຖຸດິບຕົ້ນຕໍລ້ວນແຕ່ໄດ້ຮັບກາວດກາ, ເຮັດສະອາດ.

(ພາບ: ກີມລຽວ)

ວິວັດການເຮັດເຂົ້າໜົມກູເດີ ແມ່ນໜຶ່ງສິລປະຫັດຖະກຳ ຊື່ງໄດ້ຮຽກຮ້ອງຕ້ອງມີຄວາມອົດທົນ, ມີບົດຮຽນປະສົບການ ແລະ ມີຄວາມຮູ້ສຶກທີ່ຍອດຍິ່ງ ຊື່ງເຄື່ອງຈັກຈະບໍ່ສາມາດເຮັດແທນໄດ້.

     ຂັ້ນຕອນຍາກກ່ວາໝູ່ແມ່ນເວລາທີ່ປົງໝໍ້ເມື່ອຕົ້ມຫາກໍ່ສຸກ. ເພື່ອມີເຂົ້າໜົມທີ່ແຊບໄດ້, ເຄື່ອງປະກອບເຮັດໃຈເຂົ້າໜົມຕ້ອງຕົ້ມໃນເວລາທີ່ພໍດີ ແລະ ປົງໝໍ້ແລ້ວຕ້ອງເຮັດໃຫ້ໄວ ເພື່ອບໍ່ໃຫ້ໃຈເຂົ້າໝົມແຂງ. ເອື້ອຍ ໂຮ່ທິຊວັນ, ຮາກຖານຜະລິດເຂົ້າໜົມກູເດີ ຊວັນກຽນ ໃຫ້ຮູ້ວ່າ:   ນອກຈາກວັດຖຸດິບ, ກໍ່ຕ້ອງນຳໃຊ້ເຕັກນິກການຕົ້ມ, ໃຊ້ໄຟແຮງ ເຂົ້າໜົມຈະບໍ່ແຊບ, ໃຊ້ໄຟຄ່ອຍກໍ່ເຊັ່ນດຽວກັນ. ຕ້ອງມີຜູ້ປັບໄຟ ຮັບປະກັນດ້ານເຕັກນິກຈຶ່ງຈະມີເຂົ້າໜົມແຊບໄດ້.

              ປະຈຸບັນ, ຫ່າຕິ້ງ ມີຮາກຖານຜະລິດເຂົ້າໜົມກູເດີ ນັບຮ້ອຍແຫ່ງ, ຈາກບັນດາຄອບຄົວ ຕະຫຼອດຮອດບັນດາວິສາຫະກິດມີຂອບຂະໜາດໃຫຍ່ກ່ວາ, ຊື່ງໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານທ້ອງຖິ່ນນັບພັນຄົນ. ໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” (OCOP) ໄດ້ຊ່ວຍໃຫ້ບັນດາຮາກຖານຜະລິດ ໄດ້ຍົກລະດັບຜະລິດຕະພັນ ຜ່ານການໜູນຊ່ວຍຫັນຂັ້ນຕອນເປັນມາດຖານ, ຮັບປະກັນຫຼັກອະນາໄມສະບຽງອາຫານ, ສ້າງເຄື່ອງໝາຍການຄ້າ, ອອກແບບການຫຸ້ມຫໍ່ທີ່ເປັນມືອາຊີບ ແລະ ເປີດກ້ວາງຕະຫຼາດ. ເຄື່ອງໝາຍການຄ້າເຂົ້າໜົມກູເດີ ດ້ວຍການຢັ້ງຢືນ OCOP 3 ດາວ ບໍ່ພຽງແຕ່ໄດ້ພິຊິດຕະຫຼາດພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ສົ່ງອອກໄປຍັງບັນດາຕະຫຼາດຕ່າງປະເທດອີກດ້ວຍ.

            ໂດຍແມ່ນລຸ້ນທີ 3 ໄດ້ສືບທອດອາຊີບທີ່ເປັນມູນເຊື້ອຂອງຄອບຄົວ, ເອື້ອຍ ເຈິ່ນທິຮວ່າ ແບ່ງປັນວ່າ:

  ຫວ່າງແລ້ວນີ້, ເຂົ້າໜົມກູເດີ ໄດ້ສົ່ງໄປຍັງຕະຫຼາດ ຍີ່ປຸ່ນ, ອາເມລິກາ. ນີ້ແມ່ນຜະລິດຕະພັນທຳອິດຂອງທ້ອງຖິ່ນທີ່ໄດ້ສົ່ງອອກຕາມໂຄຕາ ຊື່ງຜະລິດຕະພັນຈະໄດ້ຮູ້ຈັກເຖິງຫຼາຍກວ່າ ກໍ່ຄືປະກອບສ່ວນຊ່ວຍເສດຖະກິດທ້ອງຖິ່ນພັດທະນາດີກ່ກວ່າ. ຕະຫຼາດນັບມື້ນັບມີການແກ້ງແຍ້ງ ແລະ ຮຽກຮ້ອງຄຸນນະພາບຜະລິດຕະພັນຢ່າງເຂັ້ມງວດ, ເຂົ້າໜົມກູເດີ ໄດ້ຢັງຢືນທີ່ຕັ້ງຂອງຕົນ ຍ້ອນໄດ້ຖືເປັນສຳຄັນແຕ່ລະລາຍລະອຽດ, ນັບແຕ່ວັດຖຸດິບຕະຫຼອດຮອດຂັ້ນຕອນການຜະລິດ.

            ສຳລັບແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ, ເມື່ອໄດ້ກິນເຂົ້າໜົມກູເດີ ບໍ່ພຽງແຕ່ໄດ້ຊິມລົດຊາດເຍື່ອງອາຫານພິເສດຂອງທ້ອງຖິ່ນເທົ່ານັ້ນ, ຫາກຍັງມີຄວາມຮູ້ສຶກຕໍ່ອາຫານການກິນທີ່ເປັນເອກະລັກສະເພາະຂອງເຂດດິນແດນແຫ່ງໜຶ່ງອີກດ້ວຍ. ເອື້ອຍ ຮວ່າງທິຮັ່ງ, ຮ່າໂນ້ຍ ໃຫ້ຮູ້ວ່າ:

            ແຕ່ລະເທື່ອໄປປະຕິບັດງານຢູ່ ຫ່າຕິ້ງ, ຂ້າພະເຈົ້າກໍ່ຕ້ອງຊື້ເຂົ້າໜົມກູເດີ ມາເປັນຂອງຕ້ອນໃຫ້ຄອບຄົວ ແລະ ບໍລິສັດ. ເມື່ອກິນແລ້ວຈະຮູ້ສຶກໄດ້ລົດຫອມມັນຂອງຖົ່ວດິນ, ຄວາມກອບຂອງເຂົ້າໜົມຂຽບ ແລະ ລົດຫວານຂອງນ້ຳຕານອ້ອຍ. ນີ້ແມ່ນຂອງຕ້ອນເຂດບ້ານນາທີ່ລຽບງ່າຍ, ຂ້າພະເຈົ້າມັກທີ່ສຸດ. ເມື່ອກິນເຂົ້າໜົມກູເດີ ຕ້ອງດື່ມຊາຂຽວພ້ອມ ແມ່ນດີທີ່ສຸດ.

            ແຕ່ຫຼາຍປີມານີ້, ເຂົ້າໜົມກູເດີ ຕິດພັນກັບຊາວ ຫ່າຕິ້ງ, ຂອງຕ້ອນເຂດບ້ານນາຊະນິດນີ້ ແມ່ນຈຸດທີ່ເປັນເອກະລັກສະເພາະຂອງຊາວເຂດດິນແດນທີ່ເຕັມໄປດ້ວຍແດດ, ລົມທາງພາກກາງ ຫວຽດນາມ ແຫ່ງນີ້./.


top