ຂ່າວສານ

ຮັກສາສີສັນວັດທະນະທຳເຜົ່າ ຢາວ ໃນຊຸມມື້ລະດູບານໃໝ່

      ເນື້ອໃນໃນປື້ມໂນມ ຢາວ ແມ່ນມ່ວນທີ່ສຸດ ແລະ ມີຄວາມໝາຍເລິກເຊິ່ງ, ເປັນຕົ້ນແມ່ນບອກສອນໃຫ້ເປັນຄົນດີ, ສິ່ງທີ່ຫ້າມບໍ່ໃຫ້ເຮັດ, ຕະຫຼອດຮອດພິທີກຳອື່ນໆ.
ຕົວໜັງສືໂນມ ຢາວ ແມ່ນຂຽນຢາກ, ຮຽນຢາກ ຜູ້ທີ່ຮຽນຕ້ອງໃຊ້ເວລາ 2 – 3 ປີຢ່າງລຽນຕິດຈຶ່ງສາມາດອ່ານ,
ຂຽນໂດຍພື້ນຖານໄດ້. (ພາບ: baodantoc.vn)
      ຊົນເຜົ່າ ຢາວ ຢູ່ແຂວງ ອຽນບາຍ ມີ ຢາວແດງ, ຢາວລ່ານຕວຽນ, ຢາວ ໂສ້ງຂາວ… ເຊິ່ງມີຈຸດວັດທະນະທຳທີ່ເປັນເອກະລັກສະເພາະ. ໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງເຂົ້າກັບບັນດາພື້ນຖານວັດທະນະທຳທີ່ແຕກຕ່າງກັນນັ້ນ, ມີຫຼາຍຈຸດວັດທະນະທຳຂອງຊົນເຜົ່າ ຢາວ ພວມຄ່ອຍໆສູນຫາຍໄປ. ໂດຍມີສະຕິໄດ້ສິ່ງດັ່ງກ່າວ, ມີຫຼາຍຄົນທີ່ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຊົນເຜົ່າ ຢາວ ໄດ້ຍາດແຍ່ງໂອກາດບຸນເຕັດ, ຫຼື ໃນເວລາບໍ່ຂ້ອງຄາກັບວຽກໄຮ່ໄຖນາເພື່ອຖ່າຍທອດ, ສິດສອນວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນໃຫ້ແກ່ລຸ້ນລູກລຸ້ນຫຼານ.
        ໂດຍແມ່ນຜູ້ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ຮີດຄອງປະເພນີ, ຕົວໜັງສືຂອງຊາວເຜົ່າ ຢາວ, ທ່ານ ເຢືອງຈູງວີ, ຢູ່ຕາແສງ ມິງອານ, ເມືອງ ວັນເຈີນ, ແຂວງ ອຽນບາຍມີຄວາມເປັນຫ່ວງກ່ຽວກັບການອະນຸລັກຮັກສາບັນດາຈຸດວັດທະນະທຳຂອງຊົນເຜົ່າຕົນ. ແຕ່ລະເທື່ອ ເມື່ອລະດູບານໃໝ່ວຽນມາ, ທ່ານ ວີ ໄດ້ພ້ອມກັບຜູ້ມີຄວາມເຂົ້າໃຈກ່ຽວກັບຕົວໜັງສື, ພິທີກຳຂອງຊາວເຜົ່າ ຢາວ ຢູ່ຕາແສງ ໄດ້ຈັດການພົບປະ ເພື່ອເປັນການຢ້ຽມຢາມຖມຂ່າວ, ອວຍພອນໃຫ້ກັນ, ທັງປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບວັດທະນະທຳຊົນເຜົ່າ, ຈາກນັ້ນ ກໍຂົນຂວາຍໃຫ້ລຸ້ນໜຸ່ມເຂົ້າຮ່ວມຫ້ອງຮຽນຕົວໜັງສືໂນມ ຢາວ ໂດຍກຸ່ມຂອງທ່ານ ສິດສອນ.
        “ຕົວໜັງສືໂນມ ຢາວ ກໍ່ມີລະດັບຄືດັ່ງຕົວໜັງສືພາສາຫວຽດ. ເນື້ອໃນໃນປື້ມໂນມ ຢາວ ແມ່ນມ່ວນທີ່ສຸດ ແລະ ມີຄວາມໝາຍເລິກເຊິ່ງ, ເປັນຕົ້ນແມ່ນບອກສອນໃຫ້ເປັນຄົນດີ, ສິ່ງທີ່ຫ້າມບໍ່ໃຫ້ເຮັດ, ຕະຫຼອດຮອດພິທີກຳອື່ນໆ. ປະຈຸບັນ, ຍ້ອນຫຼາຍສາຍເຫດທີ່ເຮັດໃຫ້ຕົວໜັງສືໂນມ ຢາວ ພວມຄ່ອຍໆສູນຫາຍໄປ, ຢູ່ບາງບ້ານ ກໍບໍ່ມີຜູູ້ຮູ້ຕົວໜັງສືນີ້ເລີຍ. ຍ້ອນເຫດນັ້ນ, ນອກຈາກຄວາມມານະພະຍາຍາມຂອງພວກຂ້າພະເຈົ້າ, ຫວັງວ່າ ອຳນາດການປົກຄອງທຸກຂັ້ນ, ທຸກຂະແໜງການຈະເອົາໃຈໃສ່ໜູນຊ່ວຍ ເພື່ອເປີດຫ້ອງສອນຕົວໜັງສືໂນມ ຢາວ ເປັນພື້ນຖານກວ່າໃຫ້ລຸ້ນໜຸ່ມ”.
        ຕົວໜັງສືໂນມ ຢາວ ແມ່ນຂຽນຢາກ, ຮຽນຢາກ ຜູ້ທີ່ຮຽນຕ້ອງໃຊ້ເວລາ 2 – 3 ປີຢ່າງລຽນຕິດຈຶ່ງສາມາດອ່ານ, ຂຽນໂດຍພື້ນຖານໄດ້. ຍ້ອນເວລາຮຽນແກ່ຍາວ, ສະນັ້ນບໍ່ຄວນປະໃຫ້ສົ່ງຜົນກະທົບເຖິງການເຄື່ອນໄຫວຜະລິດ, ພັດທະນາເສດຖະກິດຂອງຜູ້ຮຽນ, ບັນດາຫ້ອງສອນຕົວໜັງສືໂນມ ຢາວ ຢູ່ ມິນອານ ໄດ້ຈັດຂຶ້ນໃນຕອນຄ່ຳ; ສະເພາະບັນດາວັນບຸນ, ບຸນເຕັດຈະຮຽນຍາມກາງເວັນ. ອ້າຍ ເຢືອງຈຸງລິວ, ຢູ່ ມິງອານ ໃຫ້ຮູ້ວ່າ ຕົນເອງມີຄວາມເປີດບານມ່ວນຊື່ນ ດ້ວຍຄວາມຢຶດໝັ້ນ, ຕັ້ງໜ້າຮ່ຳຮຽນ, ຈາກຜູ້ “ບໍ່ຮູ້ຕົວໜັງສືໂນມ ຢາວ”, ປະຈຸບັນ ອ້າຍສາມາດອ່ານໄດ້ ຂຽນເປັນບັນດາຕົວໜັງສືນີ້ແລ້ວ.
        “ຂ້າພະເຈົ້າເຫັນວ່າ ຮູ້ວິທີນຳໃຊ້ຕົວໜັງສືໂນມ ຢາວ ແມ່ນເປັນປະໂຫຍດທີ່ສຸດໃນການດຳລົງຊີວິດ, ບັນດາວຽກງານຄື: ບຸນເຕັ້ນລຳ, ພິທີແກ້ຊວຍ, ເບິ່ງມື້ສັນວັນດີປຸກສ້າງເຮືອນ… ລ້ວນແຕ່ນອນໃນນັ້ນ. ປະຈຸບັນ, ກໍ່ບໍ່ມີຫຼາຍຄົນທີ່ຮູ້ຕົວໜັງສືໂນມ ຢາວ ສະນັ້ນຂ້າພະເຈົ້າໄດ້ມານະພະຍາຍາມຮຽນ, ເກັບກຳຄວາມຮູ້ເພື່ອຮັບໃຊ້ຊີວິດປະຈຳວັນ ແລະ ເພື່ອຮັກສາສີສັນວັດທະນະທຳຂອງຊົນເຜົ່າຕົນ”.
        ທາງຕາແສງໄດ້ມອບໃຫ້ທ່ານ ເຢືອງດຶກເຕີ, ປະທານສະມາຄົມຜູ້ອາຍຸສູງຢູ່ຕາແສງ ມິງອານ, ເມືອງ ວັນເຈິນ ຮັບຜິດຊອບເລື່ອງອະນຸລັກຮັກສາສີສັນວັດທະນະທຳຂອງຕົນເຜົ່າ ຢາວ ຢູ່ ມິງອານ ເຊິ່ງໃຫ້ຮູ້ວ່າ: ທ່ານໄດ້ນຳເອົາເນື້ອໃນກ່ຽວກັບການອະນຸລັກຮັກສາວັດທະນະທຳມາປຶກສາຫາລືໃນບັນດາກອງປະຊຸມຂອງບ້ານ. ເຖິງວ່າຍັງບໍ່ທັນເປີດຫ້ອງຮຽນ ຫຼື ສະໂມສອນເປັນທາງການກໍ່ຕາມ, ແຕ່ບັນດານັກສິລະປິນ ແລະ ເອື້ອຍນ້ອງແມ່ຍິງຢູ່ຕາແສງ ໄດ້ສ້າງກຸ່ມສອນເອງ ແລະ ຮຽນຕົວໜັງສືໂນມ ຢາວ, ຮຽນຮ້ອງເພງພື້ນເມືອງ ຢາວ.
        “2-3 ປີຜ່ານມາ, ໂດຍຮັບຮູ້ໄດ້ບັນຫາຕົວໜັງສືຂຽນແມ່ນມີຄວາມຈຳເປັນ. ຍ້ອນເຫດນັ້ນ, ເຖິງວ່າຍັງບໍ່ທັນມີແຜນນະໂຍບາຍ, ແຫຼ່ງເງິນກໍ່ຕາມ, ແຕ່ພໍ່ແມ່ປະຊາຊົນຢູ່ບ້ານຕ່າງໆໄດ້ເປີດບາງຫ້ອງສອນໂດຍບັນດານັກສິລະປິນຖ່າຍທອດສິດສອນ. ຜ່ານຫ້ອງຮຽນນີ້ມີບາງຄົນອ່ານໄດ້, ຂຽນເປັນ, ແປໄດ້, ມີຄວາມເຂົ້າໃຈ ແລະ ນຳໃຊ້ເຂົ້າໃນຊີວິດຕົວຈິງ”.
        ເມື່ອຕ້ອນຮັບລະດູບານໃໝ່ປີນີ້, ພໍ່ແມ່ປະຊາຊົນຊາວເຜົ່າ ຢາວ ຢູ່ ມິງອານ ເວົ້າສະເພາະ, ແຂວງ ອຽນບາຍ ເວົ້າລວມແມ່ນມີຄວາມພາກພູມໃຈ ເມື່ອປີ 1 ຜ່ານໄປ, ໝູ່ບ້ານໄດ້ມີຜູ້ຮູ້ອ່ານ, ຮູ້ຂຽນຕົວໜັງສືໂນມ ຢາວ; ຮູ້ຮ້ອງເພງພື້ນເມືອງຂອງຊົນເຜົ່າຕົນ. ພ້ອມກັນນັ້ນ, ແມ່ນມີຫຼາຍຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຍິ່ງກວ່ານັ້ນແມ່ນ ໃນໄຕມາດທີ 2 ປີນີ້, ດ້ວຍການໜູນຊ່ວຍຂອງສະມາຄົມສົ່ງເສີມການຮຽນແຂວງ ອຽນບາຍ, ເປັນຄັ້ງທຳອິດຢູ່ບໍລິເວນຕາແສງ ມິງອານ, ເມືອງ ວັນເຈີນ ຈະມີຫ້ອງຮຽນກ່ຽວກັບວັດທະນະທຳເຜົ່າ ຢາວ ໄດ້ຮັບການຈັດຕັ້ງຂຶ້ນ. ນີ້ແມ່ນໂອກາດທີ່ດີເພື່ອຮັກສາ, ສືບທອດບັນດາຈຸດວັດທະນະທຳຂອງປະຊາຄົມບັນດາເຜົ່າຕະຫຼອດໄປ./.
(ແຫຼ່ງຄັດຈາກ VOV)


top