ຂ່າວສານ

ຮັກສາສັນຕິພາບ, ສະຖຽນລະພາບ, ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ

ຫວຽດນາມ ຮັບຮູ້ເລື່ອງກະຊວງການຕ່າງປະເທດ ອາເມລິກາ ປະກາດບົດລາຍງານເລກທີ 150 ກ່ຽວກັບການກຳນົດເສັ້ນຊາຍແດນທາງທະເລ.
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ. (ພາບ: ກະຊວງການຕ່າງປະເທດ)
ວັນທີ 14 ມັງກອນ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ກ່ຽວຂ້ອງເຖິງເລື່ອງ ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດບົດລາຍງານເລກທີ 150 ກ່ຽວກັບການກຳນົດເສັ້ນຊາຍແດນທາງທະເລ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: ຫວຽດນາມ ຮັບຮູ້ເລື່ອງກະຊວງການຕ່າງປະເທດ ອາເມລິກາ ປະກາດບົດລາຍງານເລກທີ 150 ກ່ຽວກັບການກຳນົດເສັ້ນຊາຍແດນທາງທະເລ. ກ່ຽວຂ້ອງເຖິງບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຫວຽດນາມ ໄດ້ຢືນຢັນມາຫຼາຍຄັ້ງແລ້ວກ່ຽວກັບທັດສະນະສະເໝີຕົ້ນສະເໝີປາຍ ແລະ ຈະແຈ້ງຂອງຕົນ, ນັບທັງໃນຂອບເຂດ 2 ຝ່າຍກໍຄືຫຼາຍຝ່າຍ, ຕາມນັ້ນແລ້ວ ຍາມໃດ ຫວຽດນາມ ກໍ່ຄັດຄ້ານ ແລະ ບໍ່ຍອມຮັບທຸກຄຳຮຽກສິດມີສ່ວນກ່ຽວຂ້ອງ ທີ່ບໍ່ສອດຄ່ອງກັບກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNLCOS). ເນື່ອງໃນໂອກາດນີ້, ອີກຄັ້ງໜຶ່ງ ຫວຽດນາມ ໄດ້ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຢູ່ທະເລຕາເວັນອອກ, ເຄົາລົບວິວັດທະນາການທາງການທູດ ແລະ ນິຕິກຳ, ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ລັກສະນະຄົບຖ້ວນຂອງ UNCLOS ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ.
(ແຫຼ່ງຄັດຈາກ VOV)

top