ຂ່າວສານ

ຮັກສາຄວາມດູດດື່ມຂອງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ໃນທ່າອ່ຽງນຳໃຊ້ອັດຕາພາສີອາກອນພື້ນຖານທົ່ວໂລກ

ຕາມຫຼັກການມາດຕະການສອງເສົາຄ້ຳເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍກ່ຽວກັບພາສີອາກອນເກີດຂຶ້ນໃນວິວັດການຫັນເປັນດີຈີຕອນຂອງພື້ນຖານເສດຖະກິດ.
  ລັດຖະມົນຕີກະຊວງການເງິນ ໂຮ່ດືກເຟີກ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ  

ຕອນເຊົ້າວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ກະຊວງການເງິນຈັດກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ວ່າ: “ຫຼັກການພາສີອາກອນພື້ນຖານທົ່ວໂລກ: ບົດຮຽນໝູນໃຊ້ຂອງບັນດາປະເທດ, ຄາດຄະເນຜົນກະທົບ ແລະ ສະເໜີແນະມາດຕະການແກ້ໄຂໃຫ້ແກ່ ຫວຽດນາມ”.

ຕາມຫຼັກການມາດຕະການສອງເສົາຄ້ຳເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍກ່ຽວກັບພາສີອາກອນເກີດຂຶ້ນໃນວິວັດການຫັນເປັນດີຈີຕອນຂອງພື້ນຖານເສດຖະກິດ, ເອີ້ນຫຍໍ້ວ່າແມ່ນຂໍ້ຕົກລົງພາສີອາກອນພື້ນຖານທົ່ວໂລກ, ເສົາຄ້ຳທີສອງ ໄດ້ວາງອັດຕາພາສີອາກອນ ວິສາຫະກິດ ພື້ນຖານທົ່ວໂລກ 15% ສຳລັບບັນດາບໍລິສັດນາໆຊາດ, ເພື່ອແນໃສ່ສະກັດກັ້ນບັນດາບໍລິສັດນີ້ສົ່ງຜົນກຳໄລໄປຍັງບັນດາປະເທດມີອັດຕາພາສີອາກອນຕ່ຳເພື່ອຫຼົບຫຼີກການເສຍພາສີ.

 


top