ຂ່າວສານ

ຮັກສາການປະທານປະເທດ ຫວໍທິແອງຊວນ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາຄານປ້ອງກັນຊາຍແດນ

ຕອນເຊົ້າວັນທີ 28 ກຸມພານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນມູນເຊື້ອທະຫານປ້ອງກັນຊາຍແດນ (3/3/1959-3/3/2023), 34 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (3/3/1989-3/3/2023), ທ່ານນາງ ຫວໍທິແອງຊວນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາຄານປ້ອງກັນຊາຍແດນທີ່ເທດສະບານເຊີນໄຕ, ຮ່າໂນ້ຍ
  ທ່ານນາງ ຫວໍທິແອງຊວນ ກ່າວຄຳເຫັນໃນການເຮັດວຽກຢູ່ວິທະຍາຄານປ້ອງກັນຊາຍແດນ  
 ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວໍທິແອງຊວນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະພາບການໂລກຈະສືບຕໍ່ຜັນແປຢ່າງວ່ອງໄວ ແລະ ບໍ່ອາດຄາດຄະເນໄດ້ລ່ວງໜ້າ, ອັນໄດ້ຜົນສະທ້ອນເຖິງຄວາມສະຫງົບ ແລະ ການພັດທະນາຂອງປະເທດຊາດ, ຊ້ອນແຝງຄວາມຊ່ຽງຫຼາຍຢ່າງ; ໃນຂະນະທີ່ປະເທດຊາດມີ ທີ່ຕັ້ງພູມສາດການເມືອງທີ່ສໍາຄັນ, ມີຊາຍແດນທາງບົກຍາວກວ່າ 5.000 ກິໂລແມັດ, ຝັ່ງທະເລຍາວຢຽດ ... ອັນໄດ້ວາງອອກໜ້າທີ່ຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງທະຫານປ້ອງກັນຊາຍແດນເວົ້າລວມແລະ ວິທະຍາຄານປ້ອງກັນຊາຍແດນເວົ້າສະເພາະໃນວຽກງານການກໍ່ສ້າງ, ຄຸ້ມຄອງ. ແລະ ປົກປັກຮັກສາອະທິປະໄຕຄວາມສະຫງົບຊາຍແດນໃນສະພາບການໃຫມ່.

top