ຕອນເຊົ້າວັນທີ 2 ກັນຍານີ້, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ (2/9/1945 – 2/9/2025).
ທ່ານເລຂາທິການໃຫຍ່ ໂຕເລີມ, ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລີມ, ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ: ຄວນເພີ່ມທະວີການປຶກສາຫາລື, ແລກປ່ຽນປະສົບການ, ສົມທົບກັນໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ຄຽງຄູ່ກັບການເພີ່ມທະວີການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, 2 ຝ່າຍໄດ້ເຫັນດີມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຍົກລະດັບ ແລະ ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍ, ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງເສດຖະກິດ. ການນຳສອງທ່ານຢືນຢັນຈະສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ, ຮັບປະກັນຄວາມໝັ້ນຄົງ, ຮັບໃຊ້ການພັດທະນາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ.
ຕອນເຊົ້າວັນດຽວກັນນີ້, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທງເໝີນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນສາມັກຄີແບບພິເສດກັບລາວ; ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນໜູນຊ່ວຍລາວຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພ້ອມແລ້ວທີ່ຈະແບ່ງປັນປະສົບການ, ໜູນຊ່ວຍດ້ານວິຊາສະເພາະໃນບັນດາຂົງເຂດທີ່ມີທ່າແຮງ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ ການພົວພັນລະຫວ່າງ 2 ສະພາແຫ່ງຊາດ ແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງການພົວພັນອັນດີງາມລະຫວ່າງ 2 ປະເທດ, ຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຕິດຕາມກວດກາ, ຊຸກຍູ້ ແລະ ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງສັນຍາຮ່ວມມືລະຫວ່າງ 2 ປະເທດ. ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງສືບຕໍ່ແລກປ່ຽນ ແລະ ແບ່ງປັນບົດຮຽນໃນຂົງເຂດນິຕິບັນຍັດ; ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີປາໄສພາກພື້ນ ແລະ ສາກົນ.