ຂ່າວສານ

ຮັກສາ ເຝີ ຫວຽດນາມ ຢູ່ ດິນແດນ ສ. ເກົາຫລີ

ຮ້ານຂາຍເຝີ ມີຊື່ວ່າ “ເບັບຈູເຊີນ - ໝາຍຄວາມວ່າເຮືອນຄົວຂອງອາວເຊີນ” ໂດຍຕັ້ງຢູ່ ເມືອງ Gwangsan ແຂວງ Qwangju ສ. ເກົາຫລີ ແມ່ນຮ້ານເຝິທີ່ມີຊື່ສຽງຂອງ ຊາວຫວຽດນາມ. ເຖິງວ່າ ຮ້ານຂາຍເຝີນີ້ ເປີດຍັງບໍ່ທັນດົນປານໃດ ແຕ່ ເບັບຈູເຊີນ ໄດ້ກາຍເປັນສະຖານທີ່ລື້ງເຄີຍຂອງຫລາຍໆຄົນທີ່ນິຍົມເຝີ ຫວຽດນາມ.
ອ້າຍ Jeon Kang Hyeon, ຊາວ ສ. ເກົາຫລີ ມາກິນເຝີ ຫວຽດນາມ ຢູ່ ຮ້ານຂາຍເຝີ ຂອງອ້າຍເຊີນ. (ພາບ: Hong Van)

ນັ່ງກິນເຝີໄກ່ ຂອງຫວຽດນາມ ພາຍຫລັງເຮັດວຽກມາເປັນເວລາຫລາຍຊົ່ວໂມງ, ອ້າຍ Jeon Kang Hyeon, ຊາວ ສ.ເກົາຫລີ ແບ່ງປັນວ່າ:

 “ຢູ່ Gwangju ມີຮ້ານຂາຍເຝີ ຫວຽດນາມ ຫລາຍແຫ່ງ, ແຕ່ ເບັບຈູເຊີນ ພິເສດກວ່າ ຍ້ອນລົດຊາດແຊບນົວກວ່າ. ເດືອນຫນຶ່ງ ຂ້າພະເຈົ້າເຄີຍມາ ກິນເຝີຢູ່ຮ້ານນີ້ 3 - 5 ຄັ້ງ. ຜູ້ຮ່ວມງານຂອງຂ້າພະເຈົ້າກໍ່ເຄີຍມາກິນເຝີ ຫວຽດນາມຢູ່ຮ້ານນີ້. ຄວາມຈິງ ອາຫານ ຫວຽດນາມ ໄດ້ມີຊ່ືສຽງ ຢູ່ ສ. ເກົາຫລີມາດົນແລ້ວ. ແຕ່ປີ 2014 ເມື່ອຂ້າພະເຈົ້າ ກຳລັງຮຽນຢູ່ ມະຫາວິທະຍາໄລ, ຂ້າພະເຈົ້າກໍ່ໄດ້ກິນເຝີ ຫວຽດນາມແລ້ວ”

ເຈົ້າຂອງຮ້ານ ເບັບຈູເຊີນ ແມ່ນ ເຈິ່ນແຄັງເຊີນ. ປີນີ້ ເຊີນມີອາຍຸ 31 ປີ, ບ້ານຢູ່ ຕວຽນກວາງ, ມາ ສ້າງອາຊີບຢູ່ ສ. ເກົາຫລີ ໄດ້ 6 ປີແລ້ວ.ດ້ວຍຄວາມເມົາມົວຫຼົງໄຫຼອາຫານການກິນ ຫວຽດນາມ, ພິເສດແມ່ນ ເຝີ ແລະ ຢາກໃຫ້ຫລາຍຄົນຮູ້ຈັກເຖິງ ເຍື່ອງອາຫານນີ້ ສະນັ້ນ ຜົວເມຍ ອ້າຍເຊີນ ຈຶ່ງໄດ້ເລືອກເຟັ້ນສະຖານທີ່ນີ້ເພື່ອເປີດຮ້ານຂາຍເຝີ ຍ້ອນທີ່ນີ້ມີຄົນງານຕ່າງປະເທດດຳລົງຊີວິດ ແລະ ເຮັດວຽກເປັນຈຳນວນຫລວງຫລາຍຄື: ຈີນ, ໄທ, ລາວ, ອຸດສະເບກິດສະຖານ ແລະ ຊາວ ສ. ເກົາຫລີ.

“ຂ້າພະເຈົ້າ ມີແນວຄວາມຄິດສ້າງຕັ້ງ ເບັບຈູເຊີນ ມາແຕ່ດົນແລ້ວ. ຂ້າພະເຈົ້າ ຢາກນຳເຝີ ຫວຽດນາມ ໄປທົ່ວທຸກຫົນແຫ່ງ ແຕ່ແຫ່ງທຳອິດແມ່ນ ຢູ່ ສ. ເກົາຫລີ. ຂ້າພະເຈົ້າຕັດສິນໃຈ ເປີດຮ້ານຂາຍເຝີລົດຊາດ ຫວຽດນາມ ມາໃຫ້ ຊາວ ສ. ເກົາຫລີ”

ຕາມ ເຈິ່ນແຄັງເຊີນແລ້ວ, ເພື່ອຮັກສາລົດຊາດເຝີ, ປັດໄຈຕົ້ນຕໍແມ່ນວັດຖຸດິບ.

“ກ່ອນນີ້ ເມື່ອເປີດຮ້ານຂາຍເຝີ ວັດຖຸດິບ 100% ແມ່ນເອົາມາຈາກ ຫວຽດນາມ. ແຕ່ພາຍຫລັງຊອກຮູ້ມາໄດ້ໄລຍະຫນຶ່ງ ຂ້າພະເຈົ້າຈຶ່ງເຫັນວ່າ ຢູ່ ສເກົາຫລີ ກໍ່ມີຫລາຍສາຂາຂອງ ຊາວຫວຽດນາມ ຂາຍຢູ່ ສ. ເກົາຫລີ. ດ້ວຍວັດຖຸດິບສົດຫລາຍແນວຄື: ໄກ່, ຜັກຫອມແມ່ນເອົາມາຈາກຮ້ານຂາຍຂອງ ຊາວ ຫວຽດນາມ.”

ເພື່ອໃຫ້ເໝາະສົມກັບລົດຊາດ ຂອງ ຊາວ ສ. ເກົາຫລີ, ອ້າຍເຊີນ ເພີ່ມຄວາມເຜັດໃຫ້ນ້ຳເຝີ ແລະ ມີ ຈານ ກິມຈີ ນ້ອຍ ເພື່ອເປັນແນວກິນກັບ

ແຕ່ລະມື້, ເບັບຈູເຊີນ ຂາຍເຝີໄດ້ປະມານ 50 – 70 ຖ້ວຍ, ດ້ວຍລາຄາ 9.000 ວອນ ( ເທົ່າກັບ 8 USD). ສຳລັບ ຜົວເມຍ ອ້າຍເຊີນແລ້ວ, ນັ້ນແມ່ນແຫລ່ງລະດົມກຳລັງໃຈອັນໃຫຍ່ຫລວງ.

   ເຝີ ຫວຽດນາມ ກາຍເປັນ "ທູດວັດທະນະທຳອາຫານການກິນ" ຂອງຫວຽດນາມ. (ພາບ:Hong Van)  

ສຳລັບ ຊາວ  ສ. ເກົາຫລີແລ້ວນັ້ນ,  ເຝີ ແມ່ນເຍື່ອງອາຫານທີ່ຄວນຮັບປະທານ, ສ່ວນຊາວ ຫວຽດນາມ ຫລາຍຄົນ, ເຝີ ຢູ່ ເບັບຈູເຊີນ ແມ່ນຊ່ວຍໃຫ້ເຂົາເຈົ້າຫລຸດຜ່ອນຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ. ມີງງວຽດ ດຳລົງຊີວິດຢູ່ ສ. ເກົາຫລີ ມາເປັນເວລາ 12 ປີໄດ້ແບ່ງປັນວ່າ:                 

“ເວລາ ຢູ່ ຫວຽດນາມ, ນ້ອງກໍ່ບໍ່ມັກກິນເຝີ ປານໃດ, ແຕ່ເມື່ອ ໄປຮຽນ ແລະ ເຮັດວຽກຢູ່ ສ ເກົາຫລີແລ້ວ, ລົດຊາດ ຂອງເຝີ ໄດ້ບັນເທົ່າຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ ເພາະວ່າ ນີ້ແມ່ນເຍື່ອງອາຫານຫລັກຂອງຊາດ. ສະນັ້ນ ແຕ່ລະເທື່ອໄດ້ກິນເຝີ ແມ່ນຄ້າຍຄືວ່າ ນ້ອງໄດ້ກັບຄືນຫວຽດນາມ ແລະ ມີຄວາມເອກອ້າງທະນົງໃຈ ຍ້ອນໄດ້ກິນອາຫານຫວຽດ ຢູ່ ສ. ເກົາຫລີ”

ປະຈຸຸບັນ ເຈິ່ນແຄັງເຊີນ ພວມສຸມໃສ່ໂຄສະນາຮ້ານຂາຍເຝີ ເບັບຈູເຊີນ ໃນລະບົບດິຈີຕອນຄື: facebook, tiktok ແລະຫນ້າເວັບສະເພາະ. ໃນໄລຍະຍາວ, ຜົວເມຍ ອ້າຍເຊີນ ຈະເປີດຮ້ານຂາຍເຝີ ອີກແຫ່ງຢູ່ ນະຄອນຫລວງ ເຊີອູນ.

ຍ້ອນມີຄວາມມານະພະຍາຍາມ, ຄວາມດຸໝັ່ນ ແລະ ກຳລັງເຫື່ອແຮງຂອງຊາວ ຫວຽດນາມຫລາຍຄົນ ຄືດັ່ງ ຜົວເມຍ ອ້າຍເຊີນ, ເຝີ ຂອງຫວຽດນາມ ນັບມື້ນັບໄດ້ມີຫນ້າຢູ່ ຫລາຍແຫ່ງໃນດິນແດນ ສ. ເກົາຫລີ ແລະ ກາຍເປັນ “ທູດວັດທະນະທຳອາຫານການກິນ” ຂອງຫວຽດນາມ. ./.


top