ຂ່າວສານ

ຮອບເຈລະຈາສັນຕິພາບຊີຣີຈະໄດ້ເຊື່ອມຕໍ່ຄືນໃໝ່ໃນເດືອນກັນຍາ

      ວັນທີ 15 ກໍລະກົດ, ຜູ້ຕາງໜ້າລັດເຊຍ ປະຈຳສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ເຊີແນວ, ທ່ານ Alexey Borodavkin ຖືວ່າ

ຮອບເຈລະຈາສັນຕິພາບຊີຣີຈະໄດ້ເຊື່ອມຕໍ່ຄືນໃໝ່ໃນເດືອນກັນຍາ 
(ພາບ: AFP/TTXVN)
      ບັນດາກາປຶກສາຫາລືກ່ຽວກັບບັນຫາຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຊີຣີ ຈະມີການກະທົບຢ່າງຕັ້ງໜ້າເຖິງຝ່າຍຄ້ານຊີຣີ. ຕາມທ່ານ Alexey Borodavkin ແລ້ວ, ຝ່າຍຄ້ານຊີຣີ ໄດ້ພິຈາລະນາຄືນຫຼັກໝັ້ນຂອງເຂົາເຈົ້າກ່ຽວກັບອະນາຄົດດ້ານການເມືອງຂອງທ່ານປະທານາທິບໍດີຊີຣີ Bashar al Assad ເມື່ອບໍ່ຮຽກຮ້ອງການນຳຜູ້ນີ້ຕ້ອງລາອອກຈາກຕຳແໜ່ງໂດຍທັນທີ. ຝ່າຍນີ້ກໍ່ເຫັນໄດ້ເລື່ອງເຊື່ອມຕໍ່ການພົວພັນກັບ Damascus ຄືນໃໝ່ແມ່ນຈຳເປັນເພື່ອດຳເນີນບັນດາການປະຕິຮູບ ແລະ ປ່ຽນແປງລັດຖະທຳມະນູນຢູ່ຊີຣີ. ທ່ານ Borodavkin ກໍໃຫ້ຮູ້ວ່າ, ຮອບເຈລະຈາສັນຕິພາບຄັ້ງທີ 7 ກ່ຽວກັບຊີຣີ ໄດ້ສິ້ນສຸດລົງ ແລະ ຮອບເຈລະຈາຄັ້ງຕໍ່ໄປຈະຖືກເຊື່ອມຕໍ່ຄືນໃໝ່ໃນເດືອນ ກັນຍາຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

top