ຂ່າວສານ

ຮອບເຈລະຈາຄັ້ງທີ 3 ລັດເຊຍ - ຢູແກຼນ ມີ “ບາດກ້າວຄືບໜ້າຈຳນວນໜຶ່ງ”

ຮອບເຈລະຈາຄັ້ງທີ 3 ໄດ້ມີ “ບາດກ້າວຄືບໜ້າຈຳນວນໜຶ່ງ” ແລະ ຢູແກຼນ ສົນໃຈເຖິງການປັບປຸງພະລາທິການຂອງແລວມະນຸດສະທຳ.

ຮອບເຈລະຈາຄັ້ງທີ 3 ໄດ້ມີ “ບາດກ້າວຄືບໜ້າຈຳນວນໜຶ່ງ” ແລະ ຢູແກຼນ ສົນໃຈເຖິງການປັບປຸງພະລາທິການຂອງແລວມະນຸດສະທຳ.

    

ຮອບເຈລະຈາຄັ້ງທີ 3 ໄດ້ມີ “ບາດກ້າວຄືບໜ້າຈຳນວນໜຶ່ງ”. (ພາບ: Tass)

ວັນທີ 07 ມີນາ, ຮອບເຈລະຈາຄັ້ງທີ 3 ລະຫວ່າງ ລັດເຊຍ - ຢູແກຼນ ໄດ້ດຳເນີນຢູ່ ເບລາຣຸດ ແລະ ແກ່ຍາວເປັນເວລາປະມານ 3 ຊົ່ວໂມງ. ທ່ານ Mikhail Podolyak, ທີ່ປຶກສາຫົວໜ້າຫ້ອງວ່າການປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ຮອບເຈລະຈາຄັ້ງທີ 3 ໄດ້ມີ “ບາດກ້າວຄືບໜ້າຈຳນວນໜຶ່ງ” ແລະ ຢູແກຼນ ສົນໃຈເຖິງການປັບປຸງພະລາທິການຂອງແລວມະນຸດສະທຳ. ທ່ານໃຫ້ຮູ້ວ່າ ບັນດາການທາບທາມຄວາມເຫັນຢ່າງເລິກເຊິ່ງລະຫວ່າງ ມົດສະກູ ແລະ Kiev ກ່ຽວກັບບັນດາບັນຫາວິທີການແກ້ໄຂ, ລວມທັງຄຳສັ່ງຢຸດຍິງຍັງສືບຕໍ່ດຳເນີນໄປ. ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນຍັງບໍ່ທັນບັນລຸໄດ້ໝາກຜົນຫຼາຍເທົ່າທີ່ຄວນ.

        ໃນຂະນະນັ້ນ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 07 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Mevlut Covusoglu ໃຫ້ຮູ້ວ່າ ທ່ານຈະເຂົ້າຮ່ວມການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ຢູແກຼນ Dmytro Kuleba ເຊິ່ງຈະຈັດຂຶ້ນໃນວັນທີ 12 ມີນາ.

(ແຫຼ່ງຄັດຈາກ VOV)


top