ຂ່າວສານ

ຮອບຊີງຊະນະເລີດ U23 ອາຊີ 2022: ຫວຽດນາມ ສະເໜີຕໍ່ ສ.ເກົາຫຼີ ໄດ້ຢ່າງດີເລີດ

ດ້ວຍ 2 ຄະແນນທີ່ບັນລຸໄດ້ໃນ 2 ນັດ, U23 ຫວຽດນາມ ພວມມີໂອກາດເຂົ້າແຂ່ງຂັນຮອບຕໍ່ໄປ. ໃນການແຂ່ງຂັນສຸດທ້າຍຂອງຮອບຄັດເລືອກ, U23 ຫວຽດນາມ ຈະພົບກັບ U23 ມາເລເຊຍ.
  ທິມ U23 ຫວຽດນາມ ພົບກັບ U23 ສ.ເກົາຫຼີ (ພາບ: Ngoc Duy)  

 ພາຍຫຼັງສະເໝີຕໍ່ U23 ໄທ ໃນການແຂ່ງຂັນຮອບຄັດເລືອກສາຍ C ຂອງງານແຂ່ງຂັນກິລາບານເຕະ U23 ອາຊີ ດ້ວຍ 2 ປະຕູຕໍ່ 2, ຕອນຄ່ຳວັນທີ 5 ມິຖຸນາ ຢູ່ ອູເບກິດສະຖານ, ທິມ U23 ຫວຽດນາມ ພົບກັບ U23 ສ.ເກົາຫຼີ. ໃນນາທີທີ 63, ນັກກິລາ Cho Young – Wook ໄດ້ຍິງປະຕູໄດ້ລູກທຳອິດ, ນຳເອົາຄະແນນທຳອິດມາໃຫ້ ສ.ເກົາຫຼີ. ແຕ່ຫຼັງຈາກນັ້ນ, ໃນນາທີທີ 83, ນັກກິລາ ຫວູຕ໊ຽນລອງ ຂອງ ຫວຽດນາມ ກໍຍິງປະຕູໄດ້ 1 ລູກ ແລະ 1 ປະຕູຕໍ່ 1 ແມ່ນໝາກຜົນສຸດທ້າຍຂອງການແຂ່ງຂັນດັ່ງກ່າວ.

ດ້ວຍ 2 ຄະແນນທີ່ບັນລຸໄດ້ໃນ 2 ນັດ, U23 ຫວຽດນາມ ພວມມີໂອກາດເຂົ້າແຂ່ງຂັນຮອບຕໍ່ໄປ. ໃນການແຂ່ງຂັນສຸດທ້າຍຂອງຮອບຄັດເລືອກ, U23 ຫວຽດນາມ ຈະພົບກັບ U23 ມາເລເຊຍ.


top