ຂ່າວສານ

ຮອດປີ 2030, ມີເດັກນ້ອຍ 100% ຢູ່ບັນດາຮາກຖານສຶກສາຂັ້ນອະນຸບານເຂດປະສົບກັບຄວາມຫຍຸ້ງຍາກໄດ້ຮັບການລ້ຽງດູ, ເບິ່ງແຍງ ແລະ ສຶກສາ

ໂຄງການ “ໜູນຊ່ວຍພັດທະນາການສຶກສາຂັ້ນອະນຸບານເຂດປະສົບກັບຄວາມຫຍຸ້ງຍາກໄລຍະ 2022 - 2030” ເພື່ອແນໃສ່ຮັບປະກັນຄວາມຍຸຕິທຳໃນການສຳຜັດກັບການສຶກສາ, ປະກອບສ່ວນຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງເຂດພາກ…
    

ຮອດປີ 2030, ຢ່າງໜ້ອຍສຸດມີເດັກນ້ອຍ 25% ໃນເກນອາຍຸຫ້ອງຮຽນລ້ຽງເດັກໆ, ອະນຸບານເຂດປະສົບກັບຄວາມຫຍຸ້ງຍາກໄດ້ໄປຮາກຖານສຶກສາຂັ້ນອະນຸບານ; ເດັກນ້ອຍ 100% ຢູ່ບັນດາຮາກຖານການຂັ້ນອະນຸບານຢູ່ເຂດປະສົບກັບຄວາມຫຍຸ້ງຍາກໄດ້ຮັບການລ້ຽງດູ, ເບິ່ງແຍງດູ ແລະ ສຶກສາ. ນີ້ແມ່ນເປົ້າໝາຍຂອງໂຄງການ “ໜູນຊ່ວຍພັດທະນາການສຶກສາຂັ້ນອະນຸບານເຂດປະສົບກັບຄວາມຫຍຸ້ງຍາກໄລຍະ 2022 - 2030”, ເຊິ່ງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເຊັນອະນຸມັດໃນວັນທີ 26 ທັນວາ. ໂຄງການດັ່ງກ່າວກໍ່ວາງເປົ້າໝາຍຮອດປີ 2030 ສູ້ຊົນລົບລ້າງການຢືມຫ້ອງຮຽນ, ຫ້ອງຮຽນຊົ່ວຄາວ; ກໍ່ສ້າງໂຮງຮຽນຫຼັງໃໝ່ດ້ວຍອຸປະກອນຮັບໃຊ້ການຮ່ຳຮຽນຢ່າງຄົບຖ້ວນ.

ໂຄງການ “ໜູນຊ່ວຍພັດທະນາການສຶກສາຂັ້ນອະນຸບານເຂດປະສົບກັບຄວາມຫຍຸ້ງຍາກໄລຍະ 2022 - 2030” ເພື່ອແນໃສ່ຮັບປະກັນຄວາມຍຸຕິທຳໃນການສຳຜັດກັບການສຶກສາ, ປະກອບສ່ວນຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງເຂດພາກ… ພ້ອມກັນນັ້ນ ກໍ່ແມ່ນການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳແບບຍືນຍົງໃຫ້ແກ່ເຂດທີ່ມີຊາວເຜົ່າສ່ວນໜ້ອຍພວມດຳລົງຊີວິດ.

 


top