ຂ່າວສານ

ຮອດທ້າຍປີ 2020, ກະຊວງການເງິນ ຈະຮວບຮ່ວມເກືອບ 200 ການບໍລິການສາທາລະນະ ເຂົ້າລະບົບປະຕູການບໍລິການສາທາລະນະແຫ່ງຊາດ

      ຮອດທ້າຍປີ 2020, ກະຊວງການເງິນ ຈະຮວບຮ່ວມເກືອບ 200 ການບໍລິການສາທາລະນະ ເຂົ້າລະບົບປະຕູການບໍລິການສາທາລະນະແຫ່ງຊາດ.

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ (ພາບ: VGP)
      ນີ້ແມ່ນຂໍ້ມູນຂ່າວສານທີ່ໄດ້ຍົກມາໃນກອງປະຊຸມລະຫວ່າງ ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ກັບ ກະຊວງການເງິນ ກ່ຽວກັບການ ລວບຮ່ວມຂໍ້ມູນປະຕູການບໍລິການສາທາລະນະ ຂອງ ກະຊວງ ເຂົ້າໃນລະບົບ ປະຕູການບໍລິການສາທາລະນະແຫ່ງຊາດ ແລະ ຮວບຮ່ວມລະບົບຂໍ້ມູນ, ບົດລາຍງານຂອງກະຊວງການເງິນ ເຂົ້າໃນລະບົບຂໍ້ມູນ, ບົດລາຍງານຂອງລັດຖະບານ ທີ່ຖືກດໍາເນີນໃນຕອນເຊົ້າວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ.
        ໄລ່ຮອດວັນທີ 01 ກໍລະກົດ, ປະຕູການບໍລິການສາທາລະນະແຫ່ງຊາດ ໄດ້ຮວບຮ່ວມ 119 ບໍລິການສາທາລະນະການເງິນ ເຊິ່ງລວມທັງຂົງເຂດແຈ້ງຂໍ້ມູນ, ເສຍພາສີອາກອນ; ການບັນຊີ; ຄັງເງິນ; ພາສີ... ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ ພາຍຫຼັງຜັນຂະຫຍາຍປະຕູການບໍລິການສາທາລະນະແຫ່ງຊາດມາເປັນເວລາ 7 ເດືອນ, ໄດ້ມີຜູ້ເຂົ້າຊົມກວ່າ 49 ລ້ານເທື່ອຄົນ ແລະ ສໍາເນົາເອກະສານກວ່າ 11 ລ້ານຖືກອັບເດດໃນລະບົບປະຕູຖານຂໍ້ມູນດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)


top