ຂ່າວສານ

ຮອງເລຂາທິການໃຫຍ່ ອາຊຽນ: ມີນະໂຍບາຍຢ່າງຖືກທິດເພື່ອຊ່ວຍໃຫ້ເສດຖະກິດ ຫວຽດນາມ ເຕີບໂຕຢ່າງເຂັ້ມແຂງ

ໃນສະພາບເສດຖະກິດໂລກມີການຜັນແປຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ບັນດານະໂຍບາຍບໍລິຫານຖືກທິດ, ທັນການ ໄດ້ຊ່ວຍໃຫ້ ຫວຽດນາມ ສາມາດຫຼີກລ້ຽງຜົນກະທົບຈາກພາຍນອກ
  (ທ່ານຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມເສດຖະກິດ Satvinder Singh)  

ເມື່ອແລກປ່ຽນກັບນັກຂ່າວ VOV ປະຈຳ ອິນໂດເນເຊຍ ຫວ່າງມໍ່ໆມານີ້, ທ່ານຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມເສດຖະກິດ Satvinder Singh ຢືນຢັນວ່າ, ໃນສະພາບເສດຖະກິດໂລກມີການຜັນແປຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ບັນດານະໂຍບາຍບໍລິຫານຖືກທິດ, ທັນການ ໄດ້ຊ່ວຍໃຫ້ ຫວຽດນາມ ສາມາດຫຼີກລ້ຽງຜົນກະທົບຈາກພາຍນອກ, ພ້ອມທັງ ຊຸກຍູ້ການເຕີບໂຕຢ່າງເຂັ້ມແຂງພາຍຫຼັງໂລກລະບາດ. ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການປະກອບສ່ວນສຳຄັນເຂົ້າໃນສະຖຽນລະພາບຂອງ ອາຊຽນ.

“ເປັນທີ່ຈະແຈ້ງແລ້ວວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີການປະກອບສ່ວນຢ່າງເຂັ້ມແຂງທີ່ສຸດໃຫ້ແກ່ ອາຊຽນ ທີ່ຂະຫຍັນຂັນເຄື່ອນ, ກ້າແກ່ນ ແລະ ເຂັ້ມແຂງທາງດ້ານເສດຖະກິດ. ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍເຊິ່ງເສດຖະກິດໂລກພວມປະເຊີນໜ້າ, ອາຊຽນ ພວມສະແດງໃຫ້ເຫັນຄວາມສາມາດຄວບຄຸມການຟື້ນຟູຢ່າງເຂັ້ມແຂງ. ເພື່ອບັນລຸໄດ້ໝາກຜົນນັ້ນ, ຕາມຂ້າພະເຈົ້າແລ້ວ ໜຶ່ງໃນບັນດາການປະກອບສ່ວນຢ່າງໃຫຍ່ຫຼວງທີ່ມາຈາກບັນດາປະເທດສະມາຊິກຄື ຫວຽດນາມ, ເຊິ່ງເປັນປະເທດນຳໜ້າການຟື້ນຟູຢ່າງແຮງພາຍຫຼັງໂລກລະບາດ, ພ້ອມທັງປະຕິບັດການຫັນປ່ຽນເສດຖະກິດສຳຄັນ ຊ່ວຍໃຫ້ປະຊາຊົນຮັບມືກັບບັນດາສິ່ງທ້າທາຍໃນປະຈຸບັນ.”


top