ຮອງສາດສະດາຈານ. ປອ ເລມາຍເຮືອງ ເປັນໜຶ່ງໃນບັນດາ
ນັກວິທະຍາສາດຍິງແຖວໜ້າ ກ່ຽວກັບສານເຄມີປະສົມຈາກ ທຳມະຊາດ. ພາບ: ຫວຽດເກື່ອງ
ຮອງສາດສະດາຈານ. ປອ ເລມາຍເຮືອງ ເລືອກເອົາເຫັດ ຫົວ ລີງ (Hericium coralloides)-ເຫັດຊະນິດໜຶ່ງທີ່ ມີຄຸນປະ ໂຫຍດ ແລະ ຄຸນຄ່າດ້ານການຢາສູງໃນການປິ່ນປົວ ພະຍາດ ກ່ຽວກັບຄວາມຈຳ ແລະ ບຳລຸງສຸຂະພາບໃຫ້ແກ່ຜູ້ ເຖົ້າ, ເປັນ ກິດຈະ ກຳຄົ້ນຄວ້າທຳອິດຂອງຕົນ. ພາບ: ເອກະສານ
ຮອງສາດສະດາຈານ. ປອ ເລມາຍເຮືອງ ເຮັດວຽກທີ່ຫ້ອງ ທົດ ລອງຂອງສະຖາປັນເຄມີສາດ ບັນດາສານປະສົມຈາກ ທຳມະ ຊາດ... ພາບ: ຫວຽດເກື່ອງ
... ແລະ ຕິດຕາມການຂະຫຍາຍຕົວຂອງວັດຖຸຜະລິດຢາ ທີ່ ຫ້ອງປູກເຊື້ອ ດົ໋ງຈຸ່ງຫ້າຖາວ. ພາບ: ຫວຽດເກື່ອງ
ຮອງສາດສະດາຈານ. ປອ ເລມາຍເຮືອງ ພວມແລກປ່ຽນຄຳ
ຄິດເຫັນກັບເພື່ອນຮ່ວມງານທີ່ຫ້ອງທົດລອງຂອງ ສະຖາປັນ ເຄມີສາດ ບັນດາສານປະສົມຈາກ ທຳມະຊາດ... ພາບ: ຫວຽດເກື່ອງ
ໃນໄລຍະຮັກສາຕຳແໜ່ງ ເປັນຮອງຫົວໜ້າສະຖາປັນເຄມີ ສາດ ບັນດາສານປະສົມຈາກ ທຳມະຊາດ, ຮອງສາດສະດາ ຈານ. ປອ ເລມາຍເຮືອງ ເປັນທີ່ຮູ້ຈັກວ່າ ເປັນຜູ້ ໄປນຳໜ້າໃນ ການກໍ່ສ້າງ ແລະ ພັດທະນາການຄົ້ນຄວ້າແບບໃໝ່. ພາບ: ຫວຽດເກື່ອງ |
ຜ່ານການຊອກຮູ້ສະພາບຕົວຈິງ ເພິ່ນເຫັນວ່າ ການປູກ ເຫັດ ລຳບາກຫຼາຍ, ແຕ່ຕ້ອງຂາຍເຫັດ ອອກດ້ວຍ ລາຄາຖືກ, ການ ຈຳໜ່າຍເຫັດ ອອກສູ່ຕະຫຼາດກໍ່ມີຂໍ້ຈຳກັດ. ຈາກເຫດຜົນ ດັ່ງ ກ່າວ, ເພິ່ນຈຶ່ງຕັດສິນໃຈຄົ້ນຄວ້າເພື່ອເຮັດ ໃຫ້ຄຸນຄ່າທາງ ເສດ ຖະກິດ ແລະ ຄຸນປະໂຫຍດໃນການ ນຳໃຊ້ຂອງເຫັດ ຫຼາຍ ຊະ ນິດໄດ້ຍົກສູງຂຶ້ນ.
ຕາມທັດສະນະຂອງເພິ່ນແມ່ນ ການຄົ້ນຄວ້າຕ້ອງໃຫ້ມີ ໝາກ ຜົນຕົວຈິງ, ຮັບໃຊ້ໃຫ້ແກ່ຊີວິດ, ໝາຍຄວາມວ່າ ຕ້ອງມີຜະລິດ ຕະພັນເພື່ອນຳມາຄຸນປະໂຫຍດ ດ້ານສຸຂະພາບໃຫ້ແກ່ ມະນຸດ.
ຮອງສາດສະດາຈານ. ປອ ເລມາຍເຮືອງ ອະດີດຮອງຫົວ ໜ້າ ສະຖາປັນເຄມີສາດ ບັນດາສານປະສົມຈາກ ທຳມະຊາດ, ສະ ພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ; ປະທານສະພາວິທະສາຍາດ, ຫົວໜ້າຫ້ອງຄົ້ນຄວ້າ, ຜູ້ ຮັບຜິດ ຊອບການກໍ່ສ້າງ ແລະ ຮ່ວມມືສາກົນຂອງສະຖາປັນ, ກຳມະ ການສະພາບັນນາທິການ ວາລະສານ Agriculture ຂອງ ສ ເກົາຫຼີ, ກຳມະການສະພາ ຄະນະຈັດຕັ້ງ ສູນກາງ ອະນຸລັກ ຮັກສາຊັບພະຍາກອນ ອາຊີ (ANRRC) ແລະ ກຳມະການ ສະພາກອງ ທຶນ Nafosted… |
ເມື່ອເວົ້າເຖິງບັນດາຜະລິດຕະພັນທີ່ໄດ້ຜະລິດ ດ້ວຍ ສານປະ ສົມຈາກທຳມະຊາດ, ຮອງສາດສະດາຈານ. ປອ ເລມາຍເຮືອງ ໃຫ້ຮູ້ວ່າ: “ບັນດາຜະລິດຕະພັນ ວິທະຍາສາດ ໂດຍ ຫວຽດ ນາມ ຄົ້ນຄວ້າ ມັນດີ ຄືກັບບັນດາຜະລິດຕະພັນ ທີ່ ໄດ້ນຳເຂົ້າ ຈາກຕ່າງປະເທດ. ພິເສດ, ແຫຼ່ງຊັບພະຍາກອນ ທຳມະຊາດ ຂອງ ຫວຽດນາມ ມີຢ່າງອຸດົມສົມບູນ, ຫຼາກຫຼາຍຮູບແບບ, ລາຄາກໍ່ຖືກກວ່າ ແລະ ດີ”.
ຜ່ານການຄົ້ນຄວ້າມາເປັນເວລາ 10 ປີ, ສະພາມະຫາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຜະລິດ ແລະ ຈຳໜ່າຍອອກສູ່ຕະຫຼາດ ຢາ 2 ປະເພດຄື Bioglucumin ແລະ Bioglucumin G ແລະ ໄດ້ຮັບ ການຕີລາຄາເປັນຢ່າງ ດີຈາກຜູ້ບໍລິໂພກຢູ່ພາຍໃນ ແລະ ຕ່າງປະເທດ.
ພັດທະນາການຄົ້ນຄວ້າແບບໃໝ່ ກ່ຽວກັບສານປະສົມຈາກ ທຳມະຊາດ
ໃນໄລຍະຮັກສາຕຳແໜ່ງ ເປັນຮອງຫົວໜ້າສະຖາປັນເຄມີ ສາດ ບັນດາສານປະສົມຈາກ ທຳມະຊາດ, ຮອງສາດສະດາ ຈານ. ປອ ເລມາຍເຮືອງ ເປັນຮູ້ຈັກ ວ່າເປັນຜູ້ ໄປນຳໜ້າ ໃນ ການກໍ່ສ້າງ ແລະ ພັດທະນາການຄົ້ນຄວ້າ ແບບໃໝ່, ນັ້ນ ແມ່ນ ການ ຄົ້ນຄວ້າຄຸນປະໂຫຍດຊີວະສາດ.
ຮູບແບບການຄົ້ນຄວ້າຂອງເພິ່ນ ໄດ້ນຳໃຊ້ຢ່າງກວ້າງຂວາງໃນ ການຄົ້ນຄວ້າບັນດາສານປະສົມຈາກທຳມະຊາດ ຂອງ ຫວຽດນາມ. ເພາະສະນັ້ນ ຮອງສາດສະດາຈານ. ປອ ເລມາຍ ເຮືອງ ເປັນຜູ້ມີຜົນງານການປະກອບສ່ວນບໍ່ໜ້ອຍ ເຂົ້າໃນ ບັນ ດາການເຄື່ອນໄຫວຄົ້ນຄວ້າ, ພັດທະນາຂອງ ຂະ ແໜງສານ ປະສົມຈາກທຳມະຊາດຢູ່ ຫວຽດນາມ ເວົ້າລວມ, ໂດຍສະ ເພາະແມ່ນຂອງສະຖາປັນເຄມີສາດ ບັນດາ ສານປະສົມຈາກ ທຳມະຊາດ.
ຈາກວິທີຄົ້ນຄວ້າດັ່ງກ່າວ, ປັດຈຸບັນ ຮອງສາດສະດາຈານ. ປອ ເລມາຍເຮືອງ ໄດ້ນຳໃຊ້ບັນດາການຄົ້ນຄວ້າ ຂອງຕົນ ກ່ຽວ ກັບ ເຫັດ ວັດຖຸຜະລິດຢາ ເພື່ອຜະລິດ ແລະ ຫັນເປັນ ການ ຄ້າ ສຳເລັດຜະລິດຕະພັນ 4 ປະເພດ.
SKGOLD ດົ໋ງຈຸ່ງຫ້າຖາວ-ເຫັດຊະນິດໜຶ່ງທີ່ຫາຍາກ ໃນທຳ ມະຊາດ ໄດ້ປະສົບຜົນສຳເລັດໃນ ການປູກເຊື້ອໃນ ຫ້ອງທົດ ລອງ ແລະ ຜະລິດເປັນ ຢາເມັດ ທີ່ ຫ້ອງທົດລອງຂອງເພິ່ນ.
ຢາເມັດ Bioglucumin ແມ່ນການປະສົມ ລະຫວ່າງເຫັດ ຫົວ ລີງ, ເຫັດຫຼິ້ນຈື່ ແລະ ທາດ Curcumin ເພື່ອເພີ່ມປະສິດທິ ພາບໃນການຕ້ານເຊື້ອ ແລະ ເພີ່ມການລະລາຍອາຫານ. ຜະ ລິດຕະພັນ Betaglucan - Curcumin (Nanoglucumin) ແມ່ນຜະລິດຕະພັນ Bioglucumin ໄດ້ ນໍາໃຊ້ ໃນການ ປິ່ນ ປົວພະຍາດມະເຮັງ. ບັນດາຜະລິດຕະພັນ ສະເພາະ ປິ່ນປົວ ພະຍາດກ່ຽວກັບຕັບຄື BioglucuminG ມີ ຄຸນປະໂຫຍດ ເຮັດ ໃຫ້ ລົດໄຂມັນໃນ ເສັ້ນ ເລືອດ ແລະ ຕ້ານຜົນສະທ້ອນ ຈາກ ການ ດື່ມເຫຼົ້າ, ເບຍ.
ປັດຈຸບັນ, ຜະລິດຕະພັນ 4 ປະເພດດັ່ງກ່າວ ໄດ້ສ້າງເຄື່ອງ ໝາຍ ການຄ້າໃຫ້ແກ່ບັນດາຜະລິດຕະພັນ ຂອງ ສະພາມະຫາ ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ.
- ຮອງສາດສະດາຈານ. ປອ ເລມາຍເຮືອງ ພ້ອມກັບບັນດາເພື່ອນຮ່ວມງານຮັບລາງວັນລະດັບຊາດ: “ຂຸດຄົ້ນ ແລະ ນຳ ໃຊ້ຢ່າງເໝາະສົມແຫຼ່ງຊັບພະຍາກອນທຳມະຊາດທາງທະເລ ຫວຽດນາມ ແນໃສ່ການຜະລິດອອກບັນດາຜະລິດຕະພັນທີ່ມີຄຸນຄ່າເພື່ອຮັບໃຊ້ໃຫ້ແກ່ຊີວິດ” ປີ 2012.
- ລາງວັນທີສາມ: ຫົວຄິດປະດິດສ້າງ ວິທະຍາສາດ ເຕັກໂນ ໂລຊີ- VIFOTECH 2004.
- ໂລ້ຄໍາ ໃຫ້ແກ່ຜະລິດຕະພັນ Bioglucumin ທີ່ງານຕະຫຼາດ ນັດສາກົນ Techmart 2015.
- ໂລ້ຄໍາ 2017 ໃຫ້ແກ່ຜະລິດຕະພັນ SKGOLD ດົ໋ງຈຸ່ງ ຫ້າ ຖາວ ຂອງ ສະມາຄົມສະບຽງອາຫານເສີມ.. |