ຂ່າວສານ

ຮອງລັດຖະມົນຕີປ້ອງກັນປະເທດຫວຽດນາມ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ອາເມລິກາ

ທ່ານ ​ພົນ​ໂທ ຫງວຽນ​ຈີ໋​ວີ້ງຕ້ອນ​ຮັບ ທ່ານ Ted Osius
ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ
(ພາບ: TTXVN)
      ຕອນ​ບ່າຍ​ວັນ​ທີ 17/3, ຢູ່ ຮ່າ​ໂນ້ຍ, ທ່ານ ​ພົນ​ໂທ ຫງວຽນ​ຈີ໋​ວີ້ງ, ຮອງ​ລັດ​ຖະ​ມົນ​ຕີ​​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ ທ່ານ Ted Osius ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ. ສອງ​ຝ່າຍ​ສະ​ແດງ​ຄ​ວາມ​ເພິ່ງພໍ​ໃຈ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງການ​ຮ່ວມ​ມືດ້ານ​​ປ້ອງກັນ​ຊາດ​ລ​ະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ ຫງວຽນ​ຈີ໋​ວີ້ງ, ຮອງ​ລັດ​ຖະ​ມົນ​ຕີ​​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Ted Osius ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ກໍ່​ປືກ​ສາຫາ​ລື ມາດ​ຕະ​ການ​ຈຳ​ນວນ​ໜື່ງ ເພື່ອ​ແນ​ໃສ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ ລະ​ຫວ່າງ​ສອງ​ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ຊອກ​ຫາ​ພົນ​ທະ​ຫານທີ່​ໄດ້​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ, ສົ່ງ​ຄືນວັດ​ຖຸ​ພັນ, ລ້າງທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ, ​ມ້າງ​ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກ​ຫລັງ​ສົງຄາມ
 (ແຫຼ່ງຄັດຈາກ VOV)

top